ເກີດອຸບັດຕິເຫດກະບະປະທະກະບະ ມີຜູ້ເສຍຊີວິດ 01ຄົນ ແລະ ຜູ້ບາດເຈັບ 01 ຄົນ.

ອີງຕາມການລາຍງານຂອງໜ່ວຍກູ້ຊີບ ອົງການກາແດງ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ ໃນວັນທີ 13.11.2021 ນີ້, ເວລາ 14:31ນາທີ ໄດ້ໄປກວດເຫດ ແລະ ຊ່ວຍເຫລືອຄົນເຈັບຈາກເຫດການລົດໃຫຍ່ຕຳກັນ ຢູ່ບ້ານ ສີບຸນເຮືອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ ແລະ ຜູ້ບາດເຈັບ 1 ຄົນ.

ຜູ້ເສຍຊີວິດເປັນເພດຊາຍ, ອາຍຸ 57 ປີ. ( ສັນຊາດລາວ ) ປັດຈຸບັນຢູ່ບ້ານຫ້ວຍຊາຍໃຕ້ ( ຄຸ້ມມ່ວງແກ້ວ ) ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເປັນຄົນຂັບລົດຮຸນໄດ.

ຜູ້ທີ່ໄດ້ຮັບບາດເຈັບ ເປັນເພດຊາຍ ອາຍຸ 18 ປີ ສັນຊາດລາວ ປັດຈຸບັນຢູ່ບ້ານ ໃຫຍ່ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຜູ້ຂັບລົດຣີໂວ.

ອາການບາດເຈັບ: ມີບາດແຜ, ເຈັບເອິກ, ແຂນເບື້ອງຊ້າຍຈີກ, ຂາເບື້ອງຊ້າຍທະເລີ້ນ.

Leave a Reply

Your email address will not be published. Required fields are marked *