ແຈ້ງການລາຍຊື່ນັກສຶກທີ່ຄັດເລືອກໄດ້ ເພື່ອລົງທະບຽນເຂົ້າເປັນນັກສຶກສາມະຫາວິທະຍາໄລ ຈໍາປາສັກ ປະຈຳສົກ 2021-2022.

ກຳນົດລົງທະບຽນນັບແຕ່ວັນທີ 17 ພະຈິກ ຫາ 10 ທັນວາ 2021 (ຖ້າກາຍກຳນົດຖືວ່າສະຫລະສິດ)

ສະຖານທີ່ລົງທະບຽນ ແມ່ນ ສູນຂໍ້ມູນຂ່າວສານ ມະຫາວິທະຍາໄລ ຈໍາປາສັກ ແລະ ລົງທະບຽນຕາມຊ່ອງທາງອອນລ໌າຍ.

ສຳລັບເອກະສານທີ່ຕ້ອງປະກອບມີຄື

  • 1. ສຳເນົາໃບປະກາສະນີຍະບັດ ມ7 ແລະ ໃບຄະແນນຈົບ ມ7(ຖືຕົ້ນສະບັບມາເພື່ອກວດຄືນຄວາມຖືກຕ້ອງ)
  • 2. ຊີວະປະຫວັດນັກຮຽນ 1 ສະບັບ (ກາແດງ)
  • 3. ໃບແຈ້ງໂທດ 1 ສະບັບ (ກາແດງ)
  • 4. ໃບກວດສຸຂະພາບ 1 ສະບັບ (ກາແດງ)
  • 5. ໃບຢັ້ງຢືນທີ່ຢູ່ 1 ສະບັບ (ກາແດງ)
  • 6. ສຳເນົາປື້ມສຳມະໂນຄົວ 1 ສະບັບ
  • 7. ຮູບຖ່າຍ 3×4 ຈຳນວນ 3 ໃບ
  • 8. ເງິນລົງທະບຽນ ແລະ ຄ່າຫນ່ວຍກິດແມ່ນຂຶ້ນກັບລາຍວິຊາແຕ່ສາຂາ

Leave a Reply

Your email address will not be published. Required fields are marked *