ໄຟໄຫມ້ເຮືອນ 2 ຫລັງ ບ້ານດອນຫນູນ ເສຍຫາຍຫຼາຍກວ່າ 1.800 ລ້ານກີບ.

ໃນວັນທີ 10 ພະຈິກ 2021 ເວລາປະມານ 9:15 ໂມງ, ເຈົ້າຫນ້າທີ່ກອງມອດໄຟ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດຮັບແຈ້ງເຫດໄຟໄຫມ້ເຮືອນຂອງປະຊາຊົນ 2 ຫຼັງ ຢູ່ບ້ານດອນຫນູນ ຮ່ອມ 28.

ຈາກນັ້ນ, ເຈົ້າຫນ້າທີ່ໄດ້ນໍາລົດດັບເພີງ ຈຳນວນ 2 ຄັນ ແລະ ກຳລັງ 16 ສະຫາຍ ໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາມອດ 1 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄດ້, ຜ່ານການເກັບກຳຂອງມູນ ຂອງເຈົ້າຫນ້າທີ່ ເຮືອນທີ່ເກີດຕົ້ນເພີງ ເປັນເຮືອນສອງຊັ້ນ ລຸ່ມກໍ່, ເທິງໄມ້, ມຸງດ້ວຍກະເບື້ອງ

ເປັນເຮືອນຂອງ ນາງ ສີລິພອນ ອາຍຸ 54 ປີ ປະຊາຊົນບ້ານດັ່ງກ່າວ, ຈາກນັ້ນ ໄຟໄດ້ໄຫມ້ ລຸກລາມໄປຫາເຮືອນ ຂອງ ທ້າວ ຄຳນ້ອຍ ອາຍຸ 74 ປີ, ທີ່ຢູ່ຕິດກັນ, ເປັນເຮືອນກໍ່ສອງຊັ້ນຄືກັນ, ໄຟໄດ້ລຸກໄຫມ້ຢ່າງໄວວາ ເຮັດໄດ້ເຮືອນທັງສອງຫລັງ ເສຍຫາຍຫມົດ.

ຈາກການປະເມີນ ໃນເບື້ອງຕົ້ນ ມູນຄ່າຄວາມ ເສຍຫາຍ ສູງເຖິງ 1.800.000.000 ກີບ, ສຳລັບສາເຫດຂອງໄຟໄຫມ້ ຍັງຢູ່ໃນຂັ້ນຕອນສືບສວນ ຂອງເຈົ້າຫນ້າທີ່.

Leave a Reply

Your email address will not be published. Required fields are marked *