ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ລາຍງານວ່າ ໃນວັນທີ 11 ພະຈິກ 2021 ເວລາ 02:14 ຫາ 03:40 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 2 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ແລະ ແຂວງວຽງຈັນ, ລາຍລະອຽດຂອງ ການເກີດແຜ່ນດິນໄຫວມີດັ່ງນີ້:

-ໃນເວລາ 02:14:29 ຂອງໂມງທ້ອງຖິ່ນ ຈດສູນກາງເສັ້ນຂະໜານທີ 19.50 ອົງສາເໜືອ ແລະ ເສັ້ນແວງທີ 101.29 ອົງສາຕາເວັນອອກ, ຄວາມ ແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ເຊິ່ງມີຄວາມເລິກຈາກໜ້າດິນ ປະມານ 5 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບ້ານສາມັກຄີ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນຫ່າງຈາກເທສະບານເມືອງໄຊສະຖານ ປະມານ 12 ກິໂລແມັດ.

-ໃນເວລາ 03:40:55 ຂອງໂມງທ້ອງຖິ່ນ ຈດສູນກາງເສັ້ນຂະໜານທີ 18.54 ອົງສາເໜືອ ແລະ ເສັ້ນແວງທີ 102.65 ອົງສາຕາເວັນອອກ, ຄວາມ ແຮງສັ່ນສະເທືອນວັດແທກໄດ້ 2.6 ຣີກເຕີ ມີຄວາມເລິກຈາກໜ້າດິນປະ ມານ 3 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບ້ານຫ້ວຍປຸ່ງ ເມືອງ ແກ້ວອຸດົມ ແຂວງວຽງຈັນ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນຫ່າງຈາກ ຕົວເມືອງແກ້ວອຸດົມ ປະມານ 15 ກິໂລແມັດ.

ເຫດການແຜ່ນດິນໄຫວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Leave a Reply

Your email address will not be published. Required fields are marked *