ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 50,032 ຄົນ, ເສຍຊີວິດສະສົມ 91 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 459 ຄົນ, ກໍາລັງປິ່ນປົວ 9,591 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້
ຜູ້ທີ 1 ແມ່ນ ເພດຍີງ, ອາຍຸ 56 ປີ, ບ້ານ ທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.
ພະຍາດປະຈໍາຕົວມີ ເບົາຫວານ ແລະ ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19.
ວັນທີ 22 ຕຸລາ 2021 ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19. ວັນທີ 25 ຕຸລາ 2021 ຜົນກວດພົບເຊື້ອ. ວັນທີ 26 ຕຸລາ 2021 ຫາ ວັນທີ 3 ພະຈິກ 2021 ຜູ້ກ່ຽວໄດ້ເຂົ້ນອນປີ່ນປົວຢູ່ສູນສະໂມສອນດອກ ປີກໄກ່ເມືອງປາກຊັນ, ແຂວງບໍລິຄຳໄຊ ດ້ວຍອາການເບົາບາງ.
ແຕ່ມາຮອດເວລາ 09:00 ໂມງ ຂອງວັນ ທີ 03 ພະຈິກ ຜູ້ກ່ຽວມຄວາມດັນເລືອດຕໍ່າ ຈື່ງໄດ້ຍ້າຍເຂົ້າມາປີ່ນປົວຢູ່ສູນຫຼັກ 6. ໄລຍະເວລາປີ່ນປົວຢູ່ໂຮງໝໍພາກສະໜາມ ແຕ່ວັນທີ 26 ຕຸລາ – 8 ພະຈິກ 2021, ເປັນເວລາ 14 ວັນ.
ມາຮອດເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2021 ຄົນເຈັບໄດ້ເສຍຊິວິດ.
ຜູ້ທີ 2 ແມ່ນ ເພດຍີງ, ອາຍຸ 82 ປີ, ບ້ານ ຫາດຊາຍຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.
ພະຍາດປະຈໍາຕົວເປັນ ຫືດ ແລະ ຄວາມດັນເລືອດສູງ. ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19.
ວັນທີ 9 ພະຈິກ 2021 ເວລາ 8:00 ໂມງ ມາໂຮງໝໍຊຸມຊົນ ເມືອງປາກກະດິງ ຍ້ອນ ອິດເມື່ອຍ ຫັນໃຈຝຶດ ທ່ານໝໍໄດ້ໃຫ້ການປີ່ນປົວທີ່ເໝາະສົມ ແຕ່ອາການບໍ່ດີຂື້ນ ຈື່ງຂໍຂື້້ນເມືອປີ່ນປົວຢູ່ໂຮງໝໍແຂວງ, ກ່ອນໄປ ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ນໍາສົ່ງເຂົ້າສູນປີ່ນປົວຫຼັກ 6 ຂອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ.
ເວລາ 20:30 ໂມງ ມາຮອດສູນປີນປົວຫຼັກ 6 ອາການຜູ້ກ່ຽວໜັກລົງ ທີມງານແພດຊ່ວຍ ເຊີດຊູປີ່ນປົວ ສຸດຄວາມສາມາດ ແຕ່ອາການບໍ່ດີຂື້້ນ.
ມາຮອດເວລາ 00:45 ໂມງ ຂອງວັນທີ 10 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊິວິດ