ສະມາຊີກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງສະເໜີຜ່ານສະພາແຫ່ງຊາດໄປເຖິງ ລັດຖະບານ ຂໍໃຫ້ ດໍາເນີນມາດຕະການຂັ້ນເດັດຂາດກັບຜູ້ສໍ້ລາດບັງຫລວງ, ພາຍຫລັງເຫັນວ່າການສໍ້ລາດບັງຫລວງ ທີ່ແມ່ນສາເຫດຕົ້ນຕໍ ເຮັດໃຫ້ພະນັກງານເສື່ອມເສຍຄຸນທາດການເມືອງ, ພາໃຫ້ອົງການຈັດຕັ້ງຂອງ ພັກ-ລັດ ອ່ອນແອ ແລະ ເປັນໄພອັນຕະ ລາຍຮ້າຍແຮງ, ທັງກະທົບຕໍ່ລະບົບເສດຖະກິດລວມຂອງປະເທດ. ຊໍ້າບໍ່ພໍມີບາງ ສສຊ ບອກວ່າມີບາງກໍລະນີມີລັກສະນະບ່ອນອ່ອນແລ້ວແທງບ່ອນແຂງແລ້ວເວັ້ນ, ບາງກໍລະນີຜູ້ມີສ່ວນຮ່ວມໃນການກະທໍາຜິດ ນອກຈາກບໍ່ຖືກລົງໂທດ-ລົງວິ ໄນແລ້ວ ຍັງໄດ້ເລື່ອນຊັ້ນເລື່ອນຕໍາແໜ່ງ ຫລື ຖືກຍົກຍ້າຍໄປຮັບຫນ້າທີ່ບ່ອນໃໝ່.
ການສະເໜີຕໍ່ບັນຫາດັ່ງກ່າວ, ມີຂຶ້ນໃນວາລະປະກອບຄໍາເຫັນຕໍ່ບົດລາຍງານ ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດຊຸດທີ IX ໃນວັນທີ 6 ພະ ຈິກ 2021.
ໃນນີ້, ທ່ານນາງ ອໍາໄພວອນ ລ້ອມບຸນແພງ ສສ ຊ ເຂດ 8 ແຂວງຫົວພັນ ມີຄໍາເຫັນວ່າ: ຜ່ານການຮັບຟັງບົດລາຍງານວຽກງານກວດກາ ເຫັນວ່າມີທັງດ້ານດີ ແລະ ຕັ້ງໜ້າ ແລະ ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບາງເປົ້າໝາຍກໍໄດ້ກວດກາ, ກວດຖືກ ແລະ ສາມາດແກ້ໄຂຢ່າງທັນການ, ແຕ່ກໍຍັງມີຫລາຍເປົ້າໝາຍເຫັນວ່າມີຄວາມຫລ້າຊ້າ ແລະ ພົບອຸ ປະສັກຫຍຸ້ງຍາກຫລາຍດ້ານ. ແຕ່ບັນຫາທີ່ມີຄວາມເປັນຫ່ວງ ແມ່ນຜົນເສຍຫາຍຈາກການສໍ້ລາດບັງຫລວງທີ່ມີຈໍານວນຫລວງຫລາຍໃນແຕ່ລະປີນັ້ນ ກໍຍັງບໍ່ທັນສາມາດເກັບກູ້ຄືນມາໃຫ້ລັດໄດ້ຫລາຍເທົ່າທີ່ຄວນ. ບັນຫາເຫລົ່ານີ້ມັນໄດ້ຊີ້ໃຫ້ເຫັນວ່າການກວດກາຢູ່ຫລາຍເປົ້າໝາຍ ບໍ່ທັນມີຄວາມເອກະພາບ, ບໍ່ທົ່ວເຖິງທຸກເປົ້າໝາຍ ແລະ ບໍ່ເຂັ້ມງວດ.
ຫລາຍເປົ້າໝາຍເກີດມີລັກສະນະໂຍະຍານ, ມີສະພາບອ່ອນແລ້ວແທງ-ແຂງແລ້ວເວັ້ນ ແລະ ເຮັດໃຫ້ຜູ້ກະທໍາຜິດຈໍານວນໜຶ່ງບໍ່ ຖືກວິໄນຢ່າງເໝາະສົມຕາມລະບຽບກົດໝາຍ.
ທ່ານ ແດງ ປະທຸມທອງ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຄໍາເຫັນວ່າ: ຕໍ່ວຽກງານ ກວດກາ-ກວດສອບນີ້ ເມື່ອພົບເຫັນການລະເມີດ ຫລື ກະທໍາຜິດແລ້ວ ຂໍໃຫ້ລັດຖະບານ ເພີ່ມທະວີຄວາມເດັດຂາດເຂັ້ມງວດ ໃນການລົງໂທດຕາມຕົວບົດກົດໝາຍ ໂດຍສະເພາະເຫດເກີດຢູ່ບ່ອນໃດຕ້ອງ ຮີບຮ້ອນແກ້ຢູ່ບ່ອນນັ້ນ ຖ້າຫາກບ່ອນໃດບໍ່ຢາກແກ້ ຫລື ແກ້ບັນຫາບໍ່ໄດ້ ຕ້ອງແກ້ໄຂຜູ້ເປັນຫົວໜ້າຢູ່ບ່ອນນັ້ນ.
ທ່ານ ມີນາພອນ ໄຊຊົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີຄໍາເຫັນວ່າ: ວຽກງານກວດກາເປັນວຽກທີ່ທ້າທາຍ ແລະ ຫຍຸ້ງຍາກ ເຊິ່ງສະແດງອອກໃນຜົນການກວດກາ-ກວດສອບ ໃນໄລຍະຜ່ານ, ທີ່ມີລັກສະນະຄຸມເຄືອແກ່ຍາວ, ອີກດ້ານໜຶ່ງວຽກກວດກາແມ່ນວຽກທີ່ສັງຄົມໃຫ້ຄວາມສົນໃຈຫລາຍ ແລະ ຕັ້ງໂຈດວ່າການກວດກາຈະມີຄວາມເດັດຂາດເຂັ້ມງວດຫລາຍສ່ຳໃດ. ແຕ່ໃນທັດສະນະສ່ວນຕົວເຫັນວ່າ ການກວດກາໃນໄລຍະຜ່ານມາຍັງບໍ່ມີຄວາມເປັນເອກະພາບ, ໂດຍສະເພາະຄະນະກວດກາທັງສອງອົງການຍັງບໍ່ໄປຕາມແລວດຽວກັນດີເທົ່າທີ່ຄວນ.
ການປະຕິ ບັດວິໄນຕໍ່ຜູ້ກະທໍາຜິດ ບາງກໍລະນີເນັ້ນໃສ່ວິໄນເບື້ອງລັດ, ແຕ່ເບື້ອງພັກພັດບໍ່ໄດ້ດໍາເນີນ ຫລື ບາງກໍລະນີ ດໍາເນີນແຕ່ເບື້ອງພັກ, ແຕ່ບໍ່ດໍາເນີນວິໄນບໍລິຫານ ອັນນີ້ສະແດງໃຫ້ເຫັນວ່າການປະຕິບັດວິໄນຕໍ່ຜູ້ກະທໍາຜິດ ຫລື ສໍ້ລາດບັງຫລວງ ຍັງບໍ່ຄວບຄູ່ກັນ ແລະ ບໍ່ໄປຕາມລະບຽບກົດໝາຍ.
ທ່ານ ບຸນທາມ ພຸດທະວົງສາ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຄໍາເຫັນວ່າ: ເພື່ອເຮັດໃຫ້ວຽກ ງານກວດກາ-ກວດສອບ ສາມາດດໍາເນີນໄປໄດ້ຢ່າງເຂັ້ມແຂງ ແລະ ມີປະສິດທິຜົນນັ້ນ ເວລາຈັດຕັ້ງປະຕິບັດຕົວຈິງ ເມື່ອຮູ້ຜົນຂອງການກວດກາແລ້ວ ຄວນນໍາເອົາຜົນດັ່ງກ່າວເຂົ້າສູ່ຂະບວນການດໍາເນີນຄະດີຕາມລະບຽບກົດໝາຍທັນທີ, ນັບທັງທາງແພ່ງ, ອາຍາ ແລະ ບໍລິຫານ.
ອັນນີ້ມັນຈະສ້າງຄວາມເຊື່ອໝັ້ນຂອງສັງຄົມ ຕໍ່ບົດບາດການນໍາພາຂອງພັກ ແລະ ລັດເຮົາ ເຊິ່ງວິທີການດັ່ງກ່າວນີ້ ຫລາຍໆປະເທດໃນໂລກກໍໄດ້ປະຕິບັດຢ່າງມີປະສິດທິຜົນ.
ຈາກສະພາບຜ່ານມານີ້ ພວກເຮົາໄດ້ກວດພົບເຫັນແລ້ວ ແຕ່ການດໍາເນີນຄະດີພັດບໍ່ເຂັ້ມງວດ, ກວດໄປແລ້ວພົບຜູ້ມີອໍານາດກ່ຽວຂ້ອງພັດເວັ້ນໜີ, ດັ່ງນັ້ນ ຂໍໃຫ້ລັດຖະບານກ້າຕັດສີນໃຈແກ້ໄຂຜົນການກວດສອບຢ່າງເດັດຂາດ ບໍ່ສະນັ້ນປະເທດຊາດກໍຈະສືບຕໍ່ສູນເສຍງົບປະມານ, ຜູ້ກະທໍາຜິດສືບຕໍ່ລອຍນວນ ຈົນເກີດມີຫາງສຽງຈາກສັງຄົມ.
ໂດຍ ໂຊເລ້, ນັກຂ່າວ ປ ກ ສ.