ໃນລະຫວ່າງວັນທີ 2-5 ພະຈິກ 2021 ນີ້, ທ່ານ ສະເຫລີມໄຊ ກົມມະສິດລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ແລະ ປະທານຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ແລະ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການທີ່ ບາງກອກ, ຣາຊະອານາຈັກໄທ ຕາມການເຊື້ອເຊີນຂອງ ທ່ານ ດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ.

ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະ ຫວ່າງກັນ ພາຍໃຕ້ບັນຍາກາດແຫ່ງການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 70 ປີ, ເຊິ່ງສອງຝ່າຍໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ພາຍໃຕ້ຫົວຂໍ້“ການຟື້ນຟູໄປພ້ອມກັນຢ່າງເຂັ້ມແຂງ ແລະ ຍືນຍົງ” ແລະ ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 21 ຢ່າງ ຮອບດ້ານ, ເຊິ່ງກວມເອົາການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ; ດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຕະຫລອດໄລຍະ 3 ປີຜ່ານມາ.

ພ້ອມກັນນັ້ນ, ກໍໄດ້ຮ່ວມກັນສະຫລຸບການຈັດກິດຈະກໍາ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງກັນ ຄົບຮອບ 70 ປີ ໂດຍສອງຝ່າຍໄດ້ສະແດງຄວາມຍິນດີ ທີ່ເຫັນວ່າການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍໃຫ້ເກີດດອກອອກຜົນນັບມື້ນັບຫລາຍຂຶ້ນ, ເຊິ່ງຈະເປັນເງື່ອນໄຂອັນດີໃຫ້ແກ່ການສ້າງສະພາບແວດລ້ອມເອື້ອອໍານວຍ ໃຫ້ກ້າວໄປສູ່ການຍົກລະດັບການພົວພັນຮ່ວມມື ລາວ-ໄທໃຫ້ເປັນ “ຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ໃນອະນາຄົດໃຫ້ເປັນຮູບປະທໍາ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດຢ່າງແທ້ຈິງ.

ກອງປະຊຸມ ໄດ້ຮ່ວມກັນຕີລາຄາ ບັນດາກົນໄກການຮ່ວມມືສອງຝ່າຍ ທັງລະດັບສູນກາງ ແລະ ທ້ອງຖິ່ນ ແມ່ນໄດ້ເຮັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ, ເຊິ່ງເປັນປັດໄຈສໍາຄັນໃນການປະກອບສ່ວນເຮັດໃຫ້ສະພາບບໍລິເວນຊາຍແດນ ລາວ-ໄທ ມີຄວາມສະຫງົບ ຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນີ້, ສອງຝ່າຍຍັງເຫັນດີທີ່ຈະເພີ່ມທະວີການຮ່ວມມືກັນໃຫ້ໃກ້ຊິດຫລາຍຂຶ້ນໃນການປ້ອງກັນ ແລະ ປາມປາບເສບຕິດ ລະຫວ່າງສອງປະເທດ ໂດຍສອດຄ່ອງກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງ ສປປ ລາວ ແລະ ໄທ, ໄດ້ຮ່ວມກັນກໍານົດແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮ່ວມກັນຟື້ນຟູສະພາບເສດຖະກິດ ແລະ ສັງຄົມ ທີ່ໄດ້ຮັບຜົນກະທົບຈາກສະພາບການລະບາດຂອງ ພະຍາດໂຄວິດ-19 ໂດຍສຸມໃສ່:

1. ການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ; 2.ການສົ່ງເສີມການເຊື່ອມໂຍງ ແລະ ກົດລະບຽບຕ່າງໆ; 3. ການສົ່ງເສີມການຄ້າຊາຍແດນ ແລະ ການພັດທະນະເສດຖະກິດດິຈີຕອນ; 4. ການສົ່ງເສີມການພັດທະນາປະເທດດ້ວຍຮູບແບບເສດຖະກິດຊີວະພາບ, ເສດຖະກິດໝູນວຽນ ແລະ ເສດຖະກິດສີຂຽວ (Bio-Circular-GreenEconomy Model: BCG Model); 5. ການສົ່ງເສີມການຮ່ວມມືດ້ານສາທາລະນະສຸກ; 6. ການສົ່ງເສີມການຮ່ວມມືເພື່ອການພັດທະນາຄວາມອາດສາມາດຂອງບຸກຄະລາກອນໃນແຕ່ລະດ້ານ ເພື່ອໃຫ້ທັງສອງປະເທດກ້າວຜ່ານສິ່ງທ້າທາຍຕ່າງໆໄປພ້ອມກັນຢ່າງໝັ້ນຄົງ, ຮັ່ງມີ ແລະ ຍືນຍົງໂດຍໃຫ້ສອດຄ່ອງກັບຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຂອງ ສປປ ລາວ 5 ປີຄັ້ງທີ 9 (2021-2025) ແລະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງໄທສະບັບທີ13 (2023-2027).

ສ່ວນການເຊື່ອມໂຍງເສັ້ນທາງຄົມມະນາຄົມ ລາວ-ໄທ ກໍໄດ້ຮັບການພັດທະນາໃຫ້ມີຄວາມສະດວກ ເຊັ່ນ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 (ບໍລິຄໍາໄຊ-ບຶງການ), ຂົວມິດຕະພາບ ແຫ່ງທີ 6 (ສາລະວັນ-ອຸບົນຣາຊະທານີ) ແລະ ໂຄງການກໍ່ສ້າງຂົວຊຽງແມນ – ຫລວງພະບາງ. ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2 (ຕອນ 2) ຄາດວ່າຈະສໍາເລັດຕາມແຜນໃນປີໜ້ານີ້. ດ້ານການຄ້າ ແລະ ການລົງທຶນ ທັງສອງຝ່າຍເຫັນດີຈະອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະ ສົ່ງເສີມການລົງທຶນລະຫວ່າງກັນໃຫ້ມີບາດກ້າວອັນໃໝ່. ພ້ອມກັນນີ້, ສອງຝ່າຍຍັງເຫັນດີໃຫ້ມີການປັບປຸງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການ ຊື່-ຂາຍ ພະລັງງານໄຟຟ້າ ລາວ-ໄທ ແລະ ຝ່າຍໄທ ຍິນດີໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການສົ່ງໄຟຟ້າຈາກ ສປປ ລາວ ໄປສິງກະໂປ ໂດຍຜ່ານສາຍສົ່ງທີ່ມີຢູ່ແລ້ວຂອງໄທ ແລະ ມາເລເຊຍ ເພື່ອສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ ແລະ ການຂະຫຍາຍຕົວທາງເສດຖະກິດຂອງສອງປະເທດ.

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ເປັນປະທານ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນ ລາວ-ໄທ ແບບບໍ່ເປັນທາງການ ຮ່ວມກັບ ທ່ານ ດອນປະຣະມັດວິໄນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ, ເຊິ່ງໃນກອງປະຊຸມສອງຝ່າຍ ໄດ້ຕີລາການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຂອງສອງປະເທດ ແມ່ນມີຄວາມຄືບໜ້າເປັນກ້າວໆ, ເຊິ່ງຮອດປັດຈຸບັນ ສອງຝ່າຍໄດ້ສຳເລັດການປັກຊາຍແດນທາງບົກແລ້ວ ຈຳວນ 211 ຫລັກໝາຍ ເທົ່າກັບ 93% ຂອງລວງຍາວເສັ້ນຊາຍແດນທາງບົກ. ພ້ອມກັນນີ້, ກໍຮ່ວມກັນປຶກສາຫາລືໃນບັນຫາຕ່າງໆທີ່ເປັນຂໍ້ຄົງຄ້າງ ແລະ ເຫັນດີຮ່ວມກັນ ຈັດກອງປະຊຸມຄະນະກໍາມາທິການຮ່ວມຊາຍແດນ ລາວ-ໄທ ຄັ້ງທີ 12, ເຊິ່ງຝ່າຍລາວຈະເປັນເຈົ້າພາບໃນປີ 2022 ເພື່ອສຸມທຸກຄວາມພະຍາຍາມຮ່ວມກັນ ເຮັດໃຫ້ເສັ້ນຊາຍແດນ ລາວ-ໄທ ກາຍເປັນເສັ້ນສາຍແດນແຫ່ງສັນຕິພາບ, ເປັນມູນມໍລະດົກອັນລໍ້າຄ່າໃຫ້ປະຊາຊົນສອງຊາດ ລາວ ແລະ ໄທ ຕໍ່ໄປ. ນອກນີ້, ສອງຝ່າຍຍັງເຫັນດີໃຫ້ຮ່ວມກັນສໍາຫລວດສະພາບຫລັກໝາຍຊາຍແດນ ແລະ ສ້ອມແປງຫລັກໝາຍຊາຍແດນທີ່ເປເພ ເພື່ອເປັນກິດຈະກໍາໜຶ່ງໃນການສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 70 ປີ.

ໃນລະຫວ່າງການເຄືອນໄຫວ ເຂົ້າຮ່ວມບັນດາກອງປະຊຸມສອງຝ່າຍ ລາວ-ໄທ ໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ເຂົ້າຮ່ວມໃນພິທີ ມອບ-ຮັບ ໂຄງການກໍ່ສ້າງສູນບໍາບັດ, ຟື້ນຟູຜູ້ຕິດຢາເສບຕິດ ແລະ ອາຄານຮອງຮັບຄົນເຈັບອຸບັດເຫດເບື້ອງຕົ້ນ ແລະ ສົ່ງຕໍ່ໃຫ້ແກ່ໂຮງໝໍເມືອງໂພນໂຮງ ແຂວງວຽຈັນ ສປປ ລາວ ມູນຄ່າ 50 ກວ່າລ້ານບາດ ແລະ ເຄື່ອງຊ່ວຍເຫລືອດ້ານອຸປະກອນທາງການແພດ ມູນຄ່າປະມານ 2 ລ້ານບາດ ສໍາລັບການຮອງຮັບຄົນເຈັບເດັກນ້ອຍທີ່ຕິດພະຍາດໂຄວິດ-19 ໃຫ້ແກ່ໂຮງໝໍເດັກ, ນະຄອນຫລວງວຽງຈັນ, ເຊິ່ງແມ່ນການຊ່ວຍເຫລືອລ້າຈາກລັດຖະບານໄທ ແລະ ປະຊາຊົນໄທ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອເປັນສ່ວນໜຶ່ງຂອງກິດຈະກໍາສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ.

ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະຜູ້ແທນລາວຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ເຊິ່ງການພົບປະເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ.

ໂອກາດດຽວກັນຜູ້ນໍາລັດຖະບານໄທ ໄດ້ຢືນຢັນເຖິງເຈດຕະນາລົມ ທີ່ຈະຮ່ວມກັບຝ່າບລາວ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ຍາວນານໃຫ້ຂຶ້ນສູ່ລະດັບໃໝ່ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ໃນການກ້າວໄປສູ້ອະນາຄົດຂ້າງໜ້າຮ່ວມກັນ.

Leave a Reply

Your email address will not be published. Required fields are marked *