ນັບແຕ່ວັນທີ 5 – 25 ຕຸລາ 2021 ນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 89 ກໍລະນີ ສ້າງຜົນເສຍຫາຍເປັນເງິນ 270.000.000 ກວ່າກີບ, ຄໍາຮູບປະພັນ 5 ບາດ, ໂນດບຸກ 5 ເຄື່ອງ, ມີຄົນເສຍຊີວິດ ຍ້ອນອຸບັດຕິເຫດ 5 ຄົນ, ລົດໃຫຍ່ເສຍ 1 ຄັນ, ລົດຈັກ 26 ຄັນ.ໃນນີ້,ເກີດຈາກການລັກຊັບ ( ລັກລົດຈັກ 24 ຄັນ ) ກວມເອົາ 26% ແລະ ວັດຖຸມີຄ່າອີກຈໍານວນໜຶ່ງ.

ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ກອງບັນ ຊາການ ປກສ ນວ ແກ້ໄຂໄດ້ 82 ເລື່ອງ ກວມເອົາ 92% ກັກຕົວຜູ້ຖືກຫາໄດ້ 154 ຄົນ,ຍິງ 26 ຄົນ, ຢຶດຂອງກາງ ປະເພດ ຢາບ້າ 13,871 ເມັດ, ຢາໄອສ໌ 9 ຖົງນ້ອຍ, ກັນນຊາແຫ້ງ 1 ຖົງນ້ອຍ,ປືນສັ້ນ 2 ກະບອກ, ລູກປືນ 12 ລູກ, ປືນດັດແປງ 2 ກະ ບອກ, ລູກປືນ 22 ລູກ, ປືນລ່າເນື້ອ 2 ກະ ບອກ, ເງິນ 3 ລ້ານກວ່າກີບ, ເງິນບາດ 4.8000 ບາດ, ເງິນຈີນ 15.800 ຢວນ, ສາຍຄໍຄໍາ 1 ເສັ້ນ, ແຮ່ທາດ 1,8 ໂຕນ, ລົດໃຫຍ່ 1 ຄັນ, ລົດຈັກ 9 ຄັນ ແລະ ວັດຖຸຈໍານວນໜຶ່ງ.

ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຫັນວ່າ ບັນຫາລັກຊັບພົນລະເມືອງ ໂດຍສະເພາະ ແມ່ນ ລັກລົດຈັກ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ກອງບັນຊາ ການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງຊັບ ເພີ່ມສະຕິຄຸ້ມຄອງຮັກສາຊັບສີນຂອງຕົນເອງໄວ້ໃຫ້ດີ ເພື່ອຫຼີກລ້ຽງກຸ່ມຄົນບໍ່ດີສວຍໂອກາດເຄື່ອນໄຫວກະທໍາຜິດ ພ້ອມທັງປະຕິບັດພັນທະປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ.

ຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ

Leave a Reply

Your email address will not be published. Required fields are marked *