ແຫລ່ງຂ່າວຈາກ ເມືອງວຽງທອງ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ ວັນທີ 2 ພະຈິກ 2021 ນີ້, ເຈົ້າໜ້າທີ ປກຊ-ປກສ ເມືອງ, ທະຫານກອງພັນງໍ 617 ແລະ ພາກ ສ່ວນກ່ຽວຂ້ອງຂອງເມືອງ ສົມທົບກັບອໍານາດການປົກຄອງ ບ້ານອຸດົມໄຊ ເມືອງວຽງທອງ, ໄດ້ລົງກວດກາແກ້ໄຂບັນຫາການ ລັ ກ ລ ອ ບ ປູ ກ ຝິ່ ນ, ປູ ກ ກັ ນ ຊ າ ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ.

ການລົງໄປກວດກາຄັ້ງນີ້, ໄດ້ພົບເຫັນ ສ ວ ນ ປູ ກ ກັ ນ ຊ າ ຈໍານວນ 8 ສວນ ມີເນື້ອທີ ປະມານ 4,2 ເຮັກຕາ, ມີ 4.447 ຂຸມ, ປະເມີນນໍ້າໜັກປະມານ 22.235 ກິໂລກຣາມ, ພ້ອມທັງ ກັ ກ ຕົວເຈົ້າຂອງສວນໄດ້ 1 ຄົນ, ສ່ວນ 7 ສວນ ແມ່ນຍັງບໍ່ທັນຮູ້ເຈົ້າຂອງ ເຊິ່ງເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາຄືນ ເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ. ຕໍ່ກັບ ສ ວ ນ ກັ ນ ຊ າ ທີ່ພົບເຫັນໃນຄັ້ງນີ້, ເຈົ້າໜ້າທີ່ໄດ້ພ້ອມກັນ ທໍ າ ລ າ ຍ ດ້ວຍການ ຕັ ດ ແລະ ຈູ ດ ຖິ້ ມ.

ການລົງແກ້ໄຂການ ລັ ກ ລ ອ ບ ປູ ກ ຝິ່ ນ, ປູ ກ ກັ ນ ຊ າ ຂອງປະຊາຊົນຄັ້ງນີ້, ກໍເພື່ອເຮັດໃຫ້ການ ລັ ກ ລ ອ ບ ປູກຝິ່ ນ, ປູ ກ ກັ ນ ຊ າ ຂອງປະຊາຊົນຢູ່ເມືອງວຽງທອງ ຫລຸດໜ້ອຍຖອຍລົງຈົນກວ່າບໍ່ມີ ແລະ ເປັນການປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫ າ ຢ າ ເ ສ ບ ຕິ ດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ.

ຂ່າວ-ພາບ: ນັກຂ່າວ ເມືອງວຽງທອງ

Leave a Reply

Your email address will not be published. Required fields are marked *