ໂຮງແຮມ,ເຮືອນພັກ,ຮ້ານອາຫານ ແລະ ຮ້ານກິນດື່ມ ຫລາຍແຫ່ງ ພາຍໃນເທດສະບານແຂວງອຸດົມໄຊ ປິດການບໍລິການ ຊົ່ວຄາວ ເພື່ອປ້ອງກັນການລະບາດຂອງພະຍາດ ໂຄວິດ – 19

ຕອນຄໍາ ວັນທີ 1 ພະຈິກ 2021 ນີ້ ທິມງານຈາກພະແນກ ຖວທ ແຂວງອຸດົມໄຊ ເຊິ່ງປະກອບດ້ວຍ ຂະແຫນງທ່ອງທ່ຽວ,ຂະແຫນງວັດທະນະທຳ,ຂະແຫນງກວດກາ ແລະ ສື່ມວນຊົນຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມ,ກວດກາ ແລະ ແນະນຳ ການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ 19 ຂອງຜູ້ປະກອບການ ໂຮງແຮມ,ເຮືອນພັກ,ຮ້ານອາຫານ ແລະ ຮ້ານກິນດື່ນ ພາຍໃນເທດສະບານແຂວງ.

ການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອປະຕິບັດ ຕາມຄໍາສັ່ງ ຂອງທ່ານເຈົ້າແຂວງ ອຸດົມໄຊ ເລກທີ 1031 ລົງວັນທີ 31 ຕຸລາ 2021 ກ່ຽວກັບການຍົກລະດັບການ ປະຕິບັດມາດຕະການ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ -19 ຢູ່ພາຍໃນແຂວງອຸດົມໄຊ ນັບແຕ່ວັນທີ 1 ຫາວັນທີ 14 ພະຈິກ 2021 ໃຫ້ເຂັ້ມງວດ ທັງເປັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຂອງຄຳສັ່ງດັ່ງກ່າວ ໃຫ້ສັງຄົມໄດ້ຮັບຮູ້ ຢ່າງກວ້າງຂວາງ.

ຜ່ານການລົງກວດກາຕົວຈິງ ເຫັນວ່າ: ບັນດາຜູ້ປະກອບການ ໂຮງແຮມ,ເຮືອນພັກ,ຮ້ານອາຫານ ແລະ ຮ້ານກິນດືມ ຫລາຍແຫ່ງ ພາຍໃນເທດສະພາບແຂວງອຸດົມໄຊ ໄດ້ພ້ອມກັນ ປິດການບໍລິການ ຊົ່ວຄາວ ເພື່ອປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ -19 ເນື່ອງຈາກ ປັດຈຸບັນນີ້ ຕົວເລກຜູ້ຕິດເຊື້ອ ຍັງມີຈໍານວນເພີ່ມຂຶ້ນໃນແຕ່ລະວັນ.

ສ່ວນຮ້ານອາຫານ ແລະ ຮ້ານຂາຍອາຫານສຸກຕາມແຄມທາງ ຈຳນວນຫນຶ່ງ ຍັງມີການບໍລິການຢູ່ ແຕ່ໃຫ້ນຳກັບໄປຮັບປະທານຢູ່ເຮືອນ.

ສໍາລັບ ການລົງເຄື່ອນໄຫວຕິດຕາມ,ກວດກາ ຂອງພະແນກ ຖວທ ແຂວງອຸດົມໄຊ ຍັງຈະໄດ້ສືບຕໍ່ຢ່າງເປັນປົກກະຕິ ຈົນກວ່າຈະຄົບຕາມກຳນົດເວລາ ຖ້າຫາກຜູ້ປະກອບການບຸກຄົນໃດຫາກລະເມີດ ຕາມາມາດຕະການທີ່ກຳນົດໄວ້ ແມ່ນຈະຖືກປັບໃຫມຕາມລະບຽບການຢ່າງເຂັ້ມງວດ.
ກວດແກ້ໂດຍ:ທັດສະດາສຸກ

ຂ່າວໂດຍ: ຄານມະນີ ຮຽນດໍຈັນ

Leave a Reply

Your email address will not be published. Required fields are marked *