ປະຊານຊົນລາວຫລາຍພັນຄົນທີ່ອາໄສໃນ ກຸງເທບມະຫານະຄອນ (ກທມ) ປະເທດໄທ ໄດ້ພາກັນມາສັກວັກຊິນ ທີ່ສູນບໍລິການຕຶກ SCG ບາງຊື, ເຊິ່ງການສັກ ວັກຊິນ ຄັ້ງນີ້ເປັນການຮ່ວມມື ລະຫວ່າງ ສະຖານທູດລາວ ປະຈໍາຣາຊະອານາຈັກ, ສໍານັກງານ ກຸງເທບມະຫານະຄອນແລະ ໂຄງການຈິດອາສາປິ່ນປົວໂຄວິດ ເພື່ອມິດຕະພາບ ລາວ-ໄທ 70 ປີ ເພື່ອເປີດໂອກາດໃຫ້ປະຊາຊົນລາວທີ່ອາໄສໃນ ກທມ ໄດ້ເຂົ້າເຖິງວັກຊິນປ້ອງກັນໂຄວິດ ໂດຍໄດ້ສັກວັກຊິນ ຊິໂນແວັກ ເປັນເຂັມທໍາອິດ ແລະ ແອັດສະຕາເຊນີກາ ເປັນເຂັມທີ່ສອງ ເລີ່ມແຕ່ວັນທີ 26-28 ຕຸລາ2021.

ໂຄງການສັກວັກຊິນ ດັ່ງກ່າວ, ອານຸຍາດໃຫ້ພົນລະເມືອງລາວ ທີ່ຖືພັດສະປອດລາວ ແລະ ໜັງສືຢັ້ງຢືນຕົວຕົນຂອງຄົນລາວ ມາລົງທະບຽນຜ່ານທາງອອນລາຍ ໃນເບຶ້ອງຕົ້ນມີຜູ້ມາລົງທະບຽນປະມານ 3.500 ຄົນ, ແຕ່ໃນຕົວຈິງມີຄົນລາວມາສັກຫລາຍກວ່າຕົວເລກທີ່ລົງທະບຽນຈໍານວນ 3.849 ຄົນ, ເຊິ່ງຈໍານວນທີ່ມາຫລາຍເກີນຕົວເລກລົງທະບຽນນັ້ນ ກໍຍ້ອນພົນລະເມືອງໄດ້ຮັບຂໍ້ມູນຂ່າວສານ ການເປີດສັກວັກຊິນຈາກຜູ້ທີ່ມາໃນມື້ທໍາອິດ ແລະ ກໍພາກັນມາລົງທະບຽນທີ່ຕຶກ SCG ບາງຊືໂດຍກົງ. ສໍາລັບການສັກວັກຊິນເຂັມທີສອງ ແມ່ນຈະມີຂຶ້ນໃນອີກ3 ອາທິດຕໍ່ໜ້າ (16-18 ພະຈິກ 2021).

ການເປີດສັກວັກຊິນ ໃນວັນທີ 26 ຕຸລາ 2021 ຜ່ານມາ, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ, ໄດ້ສະແດງຄວາມດີໃຈທີ່ເຫັນພີ່ນ້ອງຊາວລາວ ມາສັກວັກຊິນເປັນຈໍານວນຫລາຍ, ພ້ອມທັງ ສະແດງຄວາມຂອບໃຈຕໍ່ບັນດາແພດໝໍ, ພະຍາບານ, ເຈົ້າໜ້າທີ່ ກທມ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທີ່ຊ່ວຍເຫລືອຄົນລາວທີ່ອາໄສໃນ ກທມ ໄດ້ຮັບໂອກາດເຂົ້າເຖິງວັກຊິນ ແລະ ເຮັດໃຫ້ໂຄງການນີ້ເກີດຂຶ້ນ, ເຊິ່ງເປັນການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງອັນດີ ລະຫວ່າງ ລາວ-ໄທ ໂດຍສະເພາະ ລະຫວ່າງ ສະຖານທູດລາວ ແລະ ກທມ ກໍຄື ໂຄງການຈິດອາສາ

.
ທ່ານ ນະວະພອນ ຕັນໄພບູນກຸນ ຫົວໜ້າກຸ່ມງານວິຊາການ ແລະ ແຜນການ ຂອງກອງການຢາ ສໍານັກງານອານາໄມ ໄດ້ກ່າວວ່າ ການບໍລິການຮັບສັກວັກຊິນ ໃຫ້ຄົນຕ່າງດ້າວ ໂດຍສະເພາະປະຊາຊົນລາວທີ່ອາໄສໃນ ກທມ ຕົນໄດ້ເຮັດໜ້າທີ່ຮັບຜິດຊອບ ການບໍລິຫານຈັດການວັກຊິນ ຂອງສູນບໍລິການບາງຊື SCG ເຊິ່ງເປັນໂອກາດພິເສດ ທີ່ໄດ້ຕ້ອນຮັບກຸ່ມປະຊາຊົນລາວ ໃນການສັກວັກຊິນໃນຄົນລາວທີ່ຢູ່ ກທມ ໃຫ້ມີພຸມຄຸມກັນເກີດຂຶ້ນ.

ພ້ອມນີ້, ທ່ານ ຍັງໄດ້ໃຫ້ຄວາມເຊື້ອໝັ້ນວ່າ ທີມແພດແມ່ນໄດ້ເກັບຮັກສາວັກຊິນໃຫ້ຢູ່ໃນອຸນນະພຸມທີ່ມີມາດຕະຖານສູງ ແລະ ເປັນວັກຊິນທີ່ມີຄຸນນະພາບດີ ໂດຍຄັ້ງນີ້ປະຊາຊົນລາວໄດ້ສັກວັກຊິນ ເຂັມທຳອິດແມ່ນສະນິດຊີໂນແວັກ ແລະ ເຂັມສອງຈະເປັນແອັດສະຕາເຊນີກາ, ເຊິ່ງຂໍ້ດີຂອງສູດຂວ່າຍນີ້ ຈະຊ່ວຍໃຫ້ປະຊາຊົນໄດ້ຮັບເຂັມທີ່ສອງໄວຂຶ້ນ ຫລັງຈາກມີໄລຍະຫ່າງຈາກເຂັມ 1 ພຽງແຕ່ 3 ອາທິດ ແລະ ຈະເຮັດໃຫ້ຜູ້ຮັບວັກຊິນໄດ້ມີການສ້າງພູມຄຸ້ມກັນໄດ້ໄວຂຶ້ນ (ຖ້າສັກສະນິດດຽວກັນຈະເວັ້ນໄລຍະຫ່າງ 3 ເດືອນ).
ນາງ ບັງ ຄົນລາວທີ່ພິການທາງສາຍຕາ ຢູ່ບ້ານນາບຽນ ນະຄອນຫລວງວຽງຈັນ ໄດ້ເຂົ້າມາເຮັດວຽກຢູ່ ກທມ ໄດ້ 5 ປີ ແລ້ວ, ລາວໄດ້ແຕ່ງງານກັບຄົນພິການທາງສາຍຕາທີ່ເປັນຄົນໄທ ແລະ ມາເຮັດວຽກຂາຍຫວຍ ພ້ອມທັງເປັນໝໍນວດນໍາ, ນາງ ບັງ ໄດ້ກ່າວວ່າ ຕົນມີຄວາມດີໃຈຫລາຍທີ່ໄດ້ຮັບຂ່າວການເປີດໃຫ້ຄົນລາວທີ່ຢູ່ ກທມ ໄດ້ມາສັກວັກຊິນໃນມື້ນີ້ ແລະ ຕົນເອງກໍຟ້າວມາສັກເລີຍ ຫລັງໄດ້ຟັງຂ່າວນໍາໝູ່ເພື່ອນພ້ອມທັງຂໍຂອບໃຈ ສະຖານທູດລາວ ແລະ ທາງການໄທ ທີ່ເປີດໂອກາດຊ່ວຍເຫລືອຜູ້ທີ່ພິ ການ ແລະ ຄົນລາວອື່ນໆ ອີກດ້ວຍ.
ທ້າວ ຍົງ ອາຍຸ 40 ປີ ຢູ່ເມືອງຈຳພອນ ແຂວງສະຫວັດນະເຂດ ໄດ້ມາເຮັດວຽກເປັນພະນັກງານລ້າງລົດຢູ່ ປໍ້ານໍ້າມັນ ປຕທ ໃນ ກທມ 10 ປີ, ໄດ້ກ່າວວ່າ ຕົນດີໃຈຫລາຍທີ່ນາຍຈ້າງໄດ້ແຈ້ງໃຫ້ຮູ້ວ່າ ສະຖານທູດລາວ ຮ່ວມກັບ ກທມ ໄດ້ເປີດໃຫ້ຄົນລາວໄປສັກວັກຊິນໄດ້ແລ້ວ ໂດຍນາຍຈ້າງໄດ້ຮັບແຈ້ງປະກາດຈາກບໍລິສັດຈັດຫາງານຂອງໄທ ແລະ ຕົນກໍຟ້າວລົງທະບຽນ ເຊິ່ງຕົນກໍດີໃຈຫລາຍທີີ່ລັດຖະບານລາວ ເຮົາຍັງມີຄວາມເປັນຫ່ວງເປັນໃຍຄົນລາວ ທີ່ເຮັດວຽກຢູ່ປະເທດໄທ ພ້ອມທັງຂອບໃຈລັດຖະບານໄທ ທີ່ໃຫ້ການຊ່ວຍເຫລືອໃຫ້ຕົນໄດ້ເຂົ້າເຖິງວັກຊິນ.
ໂຄງການການສັກວັກຊິນ ດັ່ງກ່າວ, ກໍຍັງມີຄົນກໍາປູເຈຍ ແລະ ມຽມມາ ທີ່ອາໄສໃນ ກທມ ກໍໄດ້ຮັບໂອກາດມາສັກວັກຊິນ ຈາກຜູ້ວ່າ ກທມເຊັ່ນດຽວກັນ.