ໃນວັນທີ 29 ກັນຍາ 2021 ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ອອກແຈ້ງການ ເລື່ອງການປະເມີນສະຖານທີ່ເຮັດວຽກຂອງໂຮງງານອຸດສາຫະກໍາໃຫ້ມີຄວາມປອດໄພ
ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ເຊິ່ງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປະຕິບັດດັ່ງນີ້:
ໃຫ້ສືບຕໍ່ເຜີຍແຜ່ ແລະ ເພີ່ມທະວີການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຕາມຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ແຈ້ງການຂອງຄະນະສະເພາະກິດ ສະບັບເລກທີ 4303/ສພັກ, ລົງວັນທີ 17 ກັນຍາ 2021 ກ່ຽວກັບການປະເມີນສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19.
ໂຮງງານອຸດສາຫະກໍາຕ້ອງມີຄວາມພ້ອມ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19. ໃຫ້ໂຮງງານສ້າງ ແລະ ປະຕິບັດແຜນປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຂອງຕົນ ບົນພື້ນຖານ 10 ຂໍ້ ຄວນປະຕິບັດ ຕາມແບບຟອມການປະເມີນສະຖານ
ທີ່ເຮັດວຽກໃຫ້ມີຄວາມປອດໄພ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ທີ່ກໍານົດໃນແຈ້ງການຂອງຄະນະສະເພາະກິດ ສະບັບເລກທີ 4303/ສພັກ, ລົງວັນທີ 17 ກັນຍາ 2021.
ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນເປັນເຈົ້າການປະສານສົມທົບກັບຄະນະສະເພາະກິດຂັ້ນແຂວງ ແນະນໍາການຈັດຕັ້ງປະຕິບັດ ມາດຕະການ ແລະ ດຳເນີນການປະເມີນການປະຕິບັດຂອງບັນດາໂຮງງານຕາມ 10 ຂໍ້ຄວນປະຕິບັດ ດັ່ງກ່າວ.
ໃນໄລຍະດໍາເນີນການຜະລິດ ຫາກໂຮງງານບໍ່ສາມາດປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ກຳນົດໄວ້, ໂຮງງານຕ້ອງຢຸດດໍາເນີນກິດຈະການ. ຖ້າມີການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນໂຮງງານ ຫຼື ຫໍພັກຂອງໂຮງງານ, ໂຮງງານຕ້ອງໄດ້ຮັບຜິດຊອບຕໍ່ການລະບາດ ຂອງພະຍາດໂຄວິດ-19 ບົນພື້ນຖານ ກົດໝາຍ ແລະ ລະບຽບການ ກຳນົດ
ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ສົ່ງມາຍັງກົມອຸດສາຫະກຳ ແລະ ຫັດຖະກຳ ເປັນແຕ່ລະໄລຍະ ເພື່ອສືບຕໍ່ລາຍງານກະຊວງ ແລະ ລັດຖະບານ.