ເມືອງປາກງື່ມ ຢືນຢັນຂໍ້ກ່າວຫາ ການ ຍິ ງ ປື ນ ໃນຄ່ຳຄືນວັນອອກພັນສາ ບໍ່ມີມູນຄວາມຈິງ

ທ່າວສົມພົບ ຂຳສະຫວັດ ແອັດມິນເພຈ ພິສູດບັ້ງໄຟພະຍານາກ ນຳຫລັກຖານ ເປັນລາຍຊື່ບ້ານ, ພາບຖ່າຍ ແລະ ວີດີໂອທີ່ບັນທຶກການເກີດບັ້ງໄຟພະຍານາກ ມາເປັນຫລັກຖານຍື່ນໃຫ້ເອກກັກຄະລັດຖະທູດລາວ ສືບຫາຄວາມຈິງໃນກໍລະນີການເກີດບັ້ງໄຟພະຍານາກ ເປັນການ ຍິ ງ ລູ ກ ປື ນ ສ່ອງແສງ ເພາະເປັນການຫ ລ ອ ກ ລ ວ ງ ໃຫ້ຄົນໄທແຖວຈັງຫວັດບຶງການ, ໜອງຄາຍ ແລະ ບຸກຄົນອື່ນໆອີກຈຳນວນຫລາຍເຊື່ອວ່າເປັນບັ້ງໄຟພະຍານາກ.

ແອັດມິນເພຈດັ່ງກ່າໃຫ້ຮູ້ວ່າ ທາງເພຈໄດ້ກວດສອບ ແລະ ສັງເກດເລື່ອງນີ້ມາໄດ້ 10 ປີແລ້ວ ຈຶ່ງສາມາດລວບລວມຂໍ້ມູນຫລັກຖານ ພໍທີ່ຈະຍື່ນຮ້ອງໃນຄັ້ງນີ້.

ລາຍຊື່ບ້ານມທີ່ລວບລວມໄດ້ມີດັ່ງນີ້: ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ມີ 4 ບ້ານ: ບ້ານປາກງື່ມ, ບ້ານໜອງຂຽດ, ບ້ານໂດນເໜືອ, ບ້ານນາກຸງ

ເມືອງທ່າພະບາດ ແຂວງບໍລິຄຳໄຊ ມີ 5 ບ້ານ: ບ້ານຫ້ວຍສະພາຍ, ບ້ານຫວາຍ, ບ້ານຫົງທອງ, ບ້ານຫາດໄຊ, ບ້ານປາກຫ້ວຍ ແລະ ເມືອງປາກກະດິງ ມີ 1 ບ້ານ: ບ້ານທົ່ງນ້ອຍ

ການຍື່ນຄຳຮ້ອງຄັ້ງນີ້ກໍເພື່ອໃຫ້ທາງການລາວມີການກວດສອບວ່າ ການ ຍິ ງ ດັ່ງກ່າວຖືກກົດໝາຍ ຫລື ບໍ່, ມີຄວາມເປັນໄປ-ເປັນມາຄືແນວໃດ, ມີການຮ່ວມມືກັບຝັ່ງໄທ ຫລື ຝັ່ງໄທໃຫ້ການສະໜັບສະໜູນ ຫລື ບໍ່ ດັ່ງນີ້ເປັນຕົ້ນ.

ທາງສະຖານທູດລາວກໍໄດ້ໃຫ້ຜູ້ຮັກສາຄວາມປອດໄພຂອງສະຖານທູດອອກມາຕາງໜ້າຮັບເລື່ອງຮ້ອງຂໍເປັນທີ່ຮຽບຮ້ອຍ ສ່ວນການດຳເນີນການແນວໃດນັ້ນກໍຕິດຕາມກັນຕໍ່ໄປ.

ຊົມຄຣິບ