ລັດຖະບານໄທ ມອບລົດແທັກເຕີ້ ແລະ ລົດບັນທຸກ ມູນຄ່າ 1.862.625 ບາດ ຫລືປະມານ 651.918.750 ກີບ ໃຫ້ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ (ຫລັກ 22) ນະຄອນຫລວງວຽງຈັນ, ເຊິ່ງພິທີມອບ-ຮັບດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2021 ເຊິ່ງຕ່າງໜ້າລັດຖະບານໄທ ມອບໂດຍ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ດວງຕາວັນ ສີສົມບັດ ຫົວໜ້າສູນພັດທະນາ ແລະ ບໍ ລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ.
ການຊ່ວຍເຫລືອໃນຄັ້ງນີ້, ເປັນສ່ວນໜຶ່ງຂອງໂຄງການຄວາມຮ່ວມມື ໃນການສົ່ງເສີມ ແລະ ເຜີຍແຜ່ຄວາມຮູ້ດ້ານກະສິກຳແບບຍືນຍົງໃຫ້ກະສິກອນ, ນັກຮຽນ, ນັກສຶກສາ ແລະ ຜູ້ສົນໃຈ ໃນ ສປ ປ ລາວ. ໂດຍສູນພັດທະນາ ແລະ ບໍລິການດ້ານກະເສດຫ້ວຍຊອນ-ຫ້ວຍຊົ້ວ ເປັນໜ່ວຍງານໃນການສາທິດ ການເຮັດກະສິກຳທີ່ທັນສະໄໝ, ໂດຍໃຊ້ເຕັກໂນໂລຊີດ້ານກະສິກໍາ ມາຊ່ວຍໃນການເພີ່ມປະ ສິດທິພາບໃນການເຮັດກະສິກຳ ທັງໃນດ້ານການເພີ່ມຜົນຜະລິດຕໍ່ໜ່ວຍພື້ນທີ່ ແລະ ການຫລຸດໄລຍະເວລາໃນການດຳເນີນການ ອັນຈະຊ່ວຍສົ່ງເສີມໃຫ້ ສປປ ລາວ ເປັນແຫລ່ງຜະລິດອາຫານທີ່ສຳຄັນຂອງພາກພື້ນ.