ມີ ຢ າ ເ ສ ບ ຕິ ດ ໄວ້ຄອບຄອງ ຖືກຈັບຕົວດຳເນີນຄະດີ ເວລາ 23:54 ໂມງ ຂອງວັນທີ 24 ຕຸລາ 2021, ພະແນກຕໍາຫຼວດຈະລາຈອນ ນວ, ຕັ້ງຈຸດກວດກາຍານພາຫະນະ ຢູ່ຖະໜົນລ້ານຊ້າງ, ໃນຂະນະກຳລັງປະຕິບັດໜ້າທີ່ ເຫັນລົດເກັງ ໂຕໂຢຕ້າ ແກນເລີ ໝາຍເລກທະບຽນ ກຣ 8704 ຂັບຂີ່ ໂດຍ ນາງ ນ່ານ່າ ອາຍຸ 21 ປີ ວ່າງງານ, ພັກເຊົາຢູ່ອາພາດເມັ້ນ ເຂດບ້ານຈອມມະນີ ເມືອງຈັນທະບູລີ ນວ.
ຜ່ານການການກວດກາຕົວຈິງ ເຈົ້າໜ້າທີ່ພົບເຫັນວັດຖຸເປັນແທ່ງ 1 ອັນ ສົງໄສ ຢ າ ເ ສ ບ ຕິ ດ ປະເພດ ຢາໄອ໌ສ, ເຈົ້າໜ້າທີ່ກຳລັງກວດຈຸດ ຈິ່ງໄດ້ກັກຕົວ ນາງ ນ່ານ່າ ໄວ້ແລ້ວນຳສົ່ງໄປສືບສວນ-ສອບສວນ.
ຜ່ານການການສືບສວນ-ສອບສວນ ເບື້ອງຕົ້ນ ນາງ ນ່ານ່າ ຮັບສາລະພາບວ່າ: ວັດຖຸເປັນແທ່ງ 1 ອັນ ທີ່ເຈົ້າໜ້າທີ່ພົບເຫັນໃນລົດເວລາຖືກກວດກາຢູ່ຈຸດກວດກາ ຖະໜົນລ້ານຊ້າງ (ເຂດຫໍຄໍາ) ນັ້ນແມ່ນວັດຖຸຂອງແຟນຊາຍ ສັນຊາດຈີນ ປະວາງໄວ້ລົດ; ໃນມື້ເກີດເຫດເວລາປະມານ 22 ໂມງ ຕົນເອງໄດ້ຂໍຢືມລົດນຳແຟນຊາຍ ຂັບຂີ່ຈະກັບບ່ອນພັກເຊົາ ຢູ່ອາພາດເມັ້ນ ເຂດບ້ານຈອມມະນີ ໃນເວລາຂັບຂີ່ໄປຕາມຖະໜົນ ຈິ່ງຖືກເຈົ້າໜ້າທີ່ກວດພົບ.
ສຳລັບບັນຫາດັ່ງກ່າວເຫັນວ່າ ຍັງມີຄວາມຈຳເປັນຕ້ອງໄດ້ກວດກາຊັນນະສູດ ແລະ ດຳເນີນຄະດີໃຫ້ລະອຽດຈະແຈ້ງ, ຊອກຜູ້ກະທຳຜິດ ແລະ ຜູ້ສົມຮູ້ຮ່ວມຄິດມາດຳເນີນຄະດີ.
ຕຳຫຼວດຈະລາຈອນ ຈິ່ງໄດ້ສົ່ງ ນາງ ນ່ານ່າ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ເປີດກວ້າງຂະຫຍາຍຜົນສືບຄົ້ນຫາຜູ້ກະທຳຜິດມາລົງໂທດຕາມກົດໝາຍ.
