ກຸ່ມພິສູດພະຍານາກຂອງໄທ ກ່າວຫາວ່າຄົນລາວ ຍິ ງ ປື ນ ສ່ ອງແສງເຮັດໃຫ້ຄົນໄທແຄມຝັ່ງຂອງ ເ ຂົ້ າ ໃຈ ຜິ ດ ວ່ າເປັນບັ້ງໄຟພະຍານາກ

ວັນທີ 25 ຕຸລາ 2021ນີ້ ກຸ່ມພິສູດພະຍາກເຂົ້າຍື່ນໜັງສືທີ່ເປັນລາຍຊື່ບ້ານ ໃນຝັ່ງລາວ ຈຳນວນ 10 ບ້ານ ໃນເມືອງປາກງື່ມນະຄອນຫຼວງວຽງຈັນ, ເມືອງທ່າພະບາດ ເມືອງປາກກະດິງ ແຂວງບໍລິຄຳໄຊ ກໍລະນີການ ຍິ ງປື ນ ສ່ ອ ງ ແ ສ ງ ເຮັດໃຫ້ຄົນໄທແຄມຝັ່ງຂອງ ເ ຂົ້ າ ໃ ຈ ຜິ ດ ວ່ າ ເປັນບັ້ງໄຟພະຍານາກ ຫຼື ເອີ້ນວ່າ ຫຼ ອ ກ ລ ວ ງ ຄົນໄທ (ບຶງການ, ໜອງຄາຍ).

ລາຍຊື່ບ້ານມີ: ມີ 4 ບ້ານໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ: ບ້ານປາກງື່ມ, ບ້ານໜອງຂຽດ, ບ້ານໂດນເໜືອ, ບ້ານນາກຸງມີ 5 ບ້ານໃນເມືອງທ່າພະບາດ ແຂວງບໍລິຄຳໄຊ: ບ້ານຫ້ວຍສະພາຍ, ບ້ານຫວາຍ, ບ້ານຫົງທອງ, ບ້ານຫາດໄຊ, ບ້ານປາກຫ້ວຍ.ມີ 1 ບ້ານເມືອງປາກກະດິງ.

ການຍື່ນຄຳຮ້ອງຄັ້ງນີ້ກໍເພື່ອໃຫ້ທາງການລາວມີການກວດສອບວ່າ ກ າ ນ ຍິ ງ ດັ່ງກ່າວຖືກກົດໝາຍຫຼືບໍ່, ມີຄວາມເປັນໄປ-ເປັນມາຄືແນວໃດ, ມີການຮ່ວມມືກັບຝັ່ງໄທ ຫຼື ຝັ່ງໄທໃຫ້ການສະໜັບສະໜູນຫຼືບໍ່ ດັ່ງນີ້ເປັນຕົ້ນ.

ທາງສະຖານທູດລາວກໍໄດ້ໃຫ້ຜູ້ຮັກສາຄວາມປອດໄພຂອງສະຖານທູດອອກມາຕາງໜ້າຮັບເລື່ອງຮ້ອງຂໍເປັນທີ່ຮຽບຮ້ອຍ ສ່ວນການດຳເນີນການແນວໃດນັ້ນກໍຕິດຕາມກັນຕໍ່ໄປ.

ຢ່າງໃດກໍ່ຕາມ ກູ່ມຄົນໄທເຫລົ່ານີ້ ບໍ່ໄດ້ມີຫລັກຖານທີ່ເປັນຮູບປະທໍາວ່າເຫັນ ຄົ ນ ຢື ນ ຍິ ງ ປື ນ ຫລື ມີ ຮູ ບ ຄົ ນ ຍິ ງ ປື ນ ມາສະແດງເປັນຫລັກຖານພຽງແຕ່ໃຊ້ກ້ອງສ່ອງທາງໄກຢູ່ຂອງແຄມຝັ່ງຂອງຂອງໄທ ແລ້ວຕີລາຄາມະໂນເອົາເອງວ່າເປັນຄົນ ລ າ ວ ຍິ ງ ປື ນ ສ່ ອ ງ ແ ສ ງ
