ລາຍງານຈາກຄະນະສະເພາະກິດ ໃນເຊົ້າວັນທີ 25 ຕຸລາ 2021 ນີ້ວ່າ: ມາຮອດວັນທີ 24 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 36,248 ຄົນ, ເສຍຊີວິດສະສົມ 53 ຄົນ (ໃໝ່ 1), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 381 ຄົນ, ກໍາລັງປິ່ນປົວ 7,088 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 1 ຄົນ ມີດັ່ງນີ້: ເປັນເພດຍິງ, ອາຍຸ 75 ປີ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ຜູ້ກ່ຽວຍັງບໍ່ທັນໄດ້ຮັບການສັກວັກຊີນ

- ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນ ແລະ ກີນຢາມາຫຼາຍປີ, ນອນກັບທີ່ມາຫຼາຍເດືອນ
- ຜູ້ກ່ຽວເປັນຜູ້ສໍາຜັດໃກ້ຊິດກັບລູກສາວທີ່ກວດພົບເຊື້ອມາກ່ອນ
- ວັນທີ 10 ຕຸລາ 2021: ຜູ້ກ່ຽວມີອາການໄຂ້, ໄອ, ອີດເມື່ອຍ ແລະ ກິນດື່ມບໍ່ໄດ້,
- ວັນທີ 13 ຕຸລາ 2021: ໄດ້ໄປເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19 ຢູ່ໂຮງໝໍເມືອງແກ້ວອຸດົມ

- ວັນທີ 14 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄ
ວິດ-19 ທີ່ໂພນໂຮງ ແຂວງວຽງຈັນ - ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 13-23 ຕຸລາ 2021 ເປັນເວລາ 12 ວັນ
- ວັນທີ 24 ຕຸລາ 2021: ຄົນເຈັບບໍ່ໄດ້ສະຕິ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເຊິດຊູຄົນເຈັບ ແຕ່ ບໍ່ຕອບສະຫນອງຕໍ່ການກະຕຸ້ນ ເເລະ ເສຍຊີວິດເວລາຕໍ່ມາ .
