ລາຍງານຈາກຄະນະສະເພາະກິດ ໃຫ້ຮູ້ໃນເຊົ້າ ວັນທີ 25 ຕຸລາ 2021 ວ່າ, ການກວດຫາເຊື້ອ ວັນທີ 24 ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ ສູງເຖິງ 615 ຄົນ, ໃນນີ້ ນໍາເຂົ້າ ມີແຕ່ 3 ຄົນ, ສ່ວນທີ່ເຫຼືອ 612 ຄົນແມ່ນຕິດເຊື້ອພາຍໃນຊຸມຊົນ.

ແຂວງຫຼວງພະບາງສ້າງສະຖິຕິໃໝ່ຕົວເລກສູງເຖິງ 229 ຄົນ ໃນມື້ດຽວ, ຮອງລົງມາແມ່ນນະຄອນວຽງຈັນ ເພີ່ມ 114 ຄົນ.
ແຂວງວຽງຈັນສັງຄັງມີຕົວເລກສູງທີ່ 98 ຄົນ, ແຂວງບໍ່ແກ້ວ 48, ແຂວງຄໍາມ່ວນ 48,ແຂວງຫຼວງນໍ້າທາ 26, ແຂວງບໍລິຄໍາໄຊ 14, ແຂວງຈໍາປາສັກ 13, ແຂວງສະຫວັນນະເຂດ 6 ໃນນີ້ມີນໍາເຂົ້າ 3 ແລະ ຊຸມຊົນ 3,ແລະ ແຂວງສາລະວັນ 2.

ພ້ອມນີ້ ຍັງມີລາຍງານຜູ້ເສຍຊິວິດ 1 ຄົນ ແລະ ປິ່ນຜົວຫາຍດີໃນວັນທີ 24 ຕຸລາ 2021 ແມ່ນ 381 ຄົນ.
ຮອດປະຈຸບັນ ຕົວເລກສະສົມ ການຕິດເຊື້ອ ໃນ ສປປ ລາວ ແມ່ນ 36.248 ຄົນ, ເສຍຊີວິດສະສົມ 53 ຄົນ.