ວັນທີ່ 13ຕຸລາ2021 ນີ້ ດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍແຂວງຫຼວງພະບາງໄດ້ຕາງໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງໂຄວິດ ຂັ້ນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບການຄຸ້ມຄອງ-ປີ່ນປົວກໍລະນີຄົນເຈັບຜູ້ທີ່ຕິດເຊື້ອໂຄວິດ ຢູ່ໃນໂຮງໝໍແຂວງຫຼວງພະບາງທ່ານກ່າວວ່າ ຜູ້ຕິດເຊື້ອສະສົມ ທີ່ເຂົ້າປີ່ນປົວໃນໂຮງໝໍແຂວງມາເຖີງປັດຈຸບັນມີຕົວເລກສະສົມທັງໝົດ 141ຄົນ, ຍັງມີໜ້າປີ່ນປົວ 41ຄົນ

ເຊິ່ງເປັນຄົນເຈັບທີ່ມີອາການປານກາງ 39ຄົນ ແລະອາການໜັກ 2ຄົນ ເປັນເພດຍີງທັງ 2ຄົນ, ສ່ວນຢູ່ໂຮງໝໍພາກສະໜາມຂອງແຂວງມີໜ້າປີ່ນປົວທັງໝົດ 174ຄົນ, ສ່ວນຫຼາຍແມ່ນຕິດຕາມອາການເປັນຄົນເຈັບເບົາບາງ, ນອກຈາກນັ້ນແມ່ນການປີ່ນປົວຢູ່ໂຮງໜໍພາກສະໜາມຂອງແຕ່ລະເມືອງພາຍໃນແຂວງ, ສຳລັບກໍລະນີຄົນເຈັບ ເ ສ ຍ ຊີ ວິ ດ ເປັນເພດຊາຍອາຍຸ 60ປີສັນຊາດລາວ, ອາຊີບປະຊາຊົນ, ບ້ານນາຫຼວງ ນະຄອນຫຼວງພະບາງ ເຂົ້າປີ່ນປົວຢູ່ໂຮງໝໍແຂວງ

ວັນທີ 10ຕຸລາ2021 ເວລາ 20ໂມງ 40ນາທີ, ສາເຫດເຂົ້າໂຮງໝໍ ແມ່ນຕິດເຊື້ອໂຄວິດ ປະຫວັດຜ່ານມາ ຄົນເຈັບມີພະຍາດປະຈໍາຕົວຫຼາຍຢ່າງເຊັ່ນ: ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕິບຕັນ, ອໍາມະພຶກອໍາມະພາດ, ລ່ອຍແຂນຂາເບື້ອງຊ້າຍ ເຮັດໃຫ້ຄົນເຈັບ ເ ສ ຍ ຊີ ວິ ດ ໃນວັນທີ່ 12ຕຸລາ2021 ເວລາ 24ໂມງ 00ນາທີ ສ່ວນສົບຂອງຜູ້ ເ ສ ຍ ຊີ ວິ ດ ເຈົ້າໜ້າທີ່ແພດໄດ້ເອົາໄປຈູ ດ ຢູ່ວັດວັດປ່າຫຍ້າທຶບ ແລະອັດທິ ຫຼື ກະດູກຂອງຜູ້ ເ ສ ຍ ຊິ ວິ ດ ຈະຕ້ອງໄດ້ຝັງ ຫຼື ໃສ່ທາດຫ້ າ ມບໍ່ໃຫ້ເອົາໄປໄຫຼນໍ້າເດັດຂາດ, ໃນກໍລະນີສະມາຊິກໃນຄອບຄົວຜູ້ໃດຜູ້ໜື່ງ ເ ສ ຍ ຊີ ວິ ດ ຄະນະສະເພາະກິດຂອງແຂວງບໍ່ສາມາດມ ອ ບ ສົ ບ ໃຫ້ກັບຄອບຄົວໄປບໍາເພັນກູສູນໄດ້ເພື່ອບໍ່ໃຫ້ເຊື້ອໂລກແຜ່ກະຈາຍເວລາໄປສົ່ງສະການກໍ່ໃຫ້ມີແຕ່ຍາດພີ່ນ້ອງຄອບຄົວເປັນວົງແຄບ ແລະຢູ່ຫ່າງໄກ ຈ າ ກ ສົ ບ.

Cr: ອາພຸດເດດ ບຸບຜາ ນັກຂ່າວແຂວງຫລວງພະບາງ