ໃນວັນທີ 11ຕຸລາ2021 ເວລາ 18:30ນາທີ ຫນ່ວຍກູ້ໄພ 1624ໄດ້ຮັບແຈ້ງເຫດວ່າມີຄົນ ຖື ກ ຍິ ງ ເຂດບ້ານ ຊຽງດາ ເມືອງໄຊເສດຖານະຄອນຫຼວງວຽງຈັນ

ດັ່ງນັ້ນທີມກູ້ຊີບກູ້ໄພນະຄອນຫຼວງສູນສັງການຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01ຄົນ ເພດຊາຍ ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຫນ້າເອິກເບື້ອງຂວາ

ດັ່ງນັ້ນ ທີມກູ້ຊີບກູ້ໄພຈື່ງໄດ້ປະຖົມພະຍາບານແລ້ວນຳສົງໂຮງໝໍເສດຖາທິລາດເພື່ອໄປປິ່ນປົວໃຫ້ຊ່ວງເຊົາ.

ສ່ວນສາເຫດການ ຖື ກ ຍິ ງ ແມ່ນຈະລາຍງານໃຫ້ຊາບຕາມພາຍຫລັງ.

Leave a Reply

Your email address will not be published. Required fields are marked *