ລາຍງານຈາກ 1625 ແຂວງຫຼວງພະບາງໃຫ້ຮູ້ວ່າ ໄດ້ເກີດອຸບັດຕິເຫດຮ້າຍແຮ້ງ ລົດໃຫ່ຍປະທະລົດໃຫ່ຍ ມີຜູ້ບາດເຈັບ 4 ຄົນ, ເ ສ ຍ ຊີ ວິດ 1 ຄົນ.

ໃນວັນທີ່ 10 ຕຸລາ 2021 ເວລາ 14:34 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່ຕໍາກັບລົດໃຫຍ່ ຢູ່ບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫລວງພະບາງ ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບທັງຫມົດ2ຄົນ ເພດຊາຍ, ເ ສ ຍ ຊີ ວິ ດ 01ຄົນ ເພດຊາຍ.

+ຜູ້ບາດເຈັບຜູ້ທີ່01 ມີບາດແຜຢູ່ຂາໂຕ້ເບື້ອງຊ້າຍ ແລະ ແໜ້ນຫນ້າເອິກ.(ບໍ່ປະສົ່ງໄປໂຮງໝໍ)

+ຜູ້ທີ່ 02 ມີບາດແຜເຫລີ້ນຢູ່ແຂນສອກເບື້ອງຊ້າຍ,ເຈັບບ່າໄຫ່ລເບື້ອງຊ້າຍ.

.

+ອີກສອງຄົນແມ່ນນຳສົ່ງໂຮງໜໍນາເມືອງກ່ອນ

+ຜູ້ເ ສ ຍ ຊີ ວິ ດ ຊື່ທ້າວ ກຸດສະລາດ ອາຍຸ 48ປີ ບ້ານເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໜໍແຂວງ.ເພື່ອຕິດຕໍ່ໃຫ້ຍາດພີ່ນ້ອງມາຮັບເພືອເຮັດພິທີຕາມສາສະຫນາ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຂອງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ …🙏

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625. ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ 050110001513810001🚑 ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE ຕິດຕໍ່ເຂົ້າເບີ 0309211625