ລາຍງານຈາກເພງຄະນະສະເພາະກິດ ເຊົ້າວັນທີ 10 ຕຸລາ 2021 ນີ້ວ່າ: ການກວດວິເຄາະ ວັນທີ 9 ຕຸລາ 2021 ຜ່ານມາ ພົບຜູ້ຕິດເຊື້ອໃໝ່ທັງໝົດ 508 ຄົນ ໂດຍແບ່ງອອກເປັນ ການຕິດເຊື້ອ ແບບນໍາເຂົ້າມີ 1 ກໍລະນີເທົ່ານັ້ນ ທີ່ ນະຄອນຫລວງວຽງຈັນ, ເຫຼືອນັ້ນ 507 ຄົນແມ່ນ ຕິດເຊື້ອໃນຊຸມຊົນ.

ຂ່າວດີແມ່ນ ປົວຫາຍດີເພີ່ມ 243 ຄົນ.
ການຕິດເຊື້ອໃນຊຸມຊົນ, ຫຼາຍກວ່າໝູ່ ແມ່ນ ນະຄອນຫຼວງວຽງຈັນ ຕິດເຊື້ອໃນຊຸມຊົນ 400 ຄົນ, ຮອງລົງມາແມ່ນ ແຂວງບໍລິຄໍາໄຊ 28 ຄົນ, ແຂວງຫຼວງພະບາງ 23 ຄົນ,

ແຂວງບໍ່ແກ້ວ 13 ຄົນ, ແຂວງຄໍາມ່ວນ 13 ຄົນ, ແຂວງວຽງຈັນ 11ຄົນ, ແຂວງສະຫວັນນະເຂດ 10 ຄົນ, ແຂວງໄຊສົມບູນ 5 ຄົນ ແລະ ແຂວງຈໍາປາສັກ 4 ຄົນ.

ມາຮອດປະຈຸບັນແມ່ນ ມີຍອດສະສົມ ການຕິດເຊື້ອ 28.540 ຄົນ, ເສຍຊີວິດ 26ຄົນ. ຂໍໃຫ້ທຸກຄົນມີສະຕິລະວັງຕົວ.