ອ່ານເລີຍມາດຕະການຜ່ອນຜັນໃໝ່ ຂອງ ນະຄອນປາກເຊ, ໃນນີ້ແມ່ນໃຫ້ຍົກເລິກການຕັ້ງດ່ານ ກວດກາການເຂົ້າ-ອອກນະຄອນປາກເຊ ແລະ ບັນດາດ່ານກວດກາຂອງບັນດາບ້ານ ທີ່ບໍ່ມີຜູ້ຕິດເຊື້ອ

ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ,ຮ້ານນວດ,ຮ້ານສະປາ, ໂຮງສາຍຮູບເງົາ, ຮ້ານກິນ ດື່ມທຸກປະເພດ, ຕະຫຼາດກາງຄືນ, ຮ້ານເສີມຄວາມງາມ, ສະຖານທີ່ຫຼີ້ນກິລາໃນຮົ່ມ, ຮ້ານສະໜຸກເກີ, ສັງວຽນໄກ່ຕີ, ຮ້ານເກມອອນລາຍ, ຮ້ານອິນເຕີເນັດການເຟ ແລ ະຄີວລົດໂດຍສານໄປຕ່າງແຂວງທົ່ວນະຄອນປາກເຊ

ສຳລັບ, ການເດິນທາງໄປມາພາຍໃນນະຄອນປາກເຊ ແມ່ນໃຫ້ປິດທາງຮ່ອມ-ທາງຊອຍເຂດພື້ນທີ່ສີແດງຂອງບ້ານ-ຄຸ້ມບ້ານ

ອະນຸຍາດໃຫ້ເປີດສວນອາຫານ, ສະຖານທີ່ທ່ອງທ່ຽວ, ຮ້ານອາຫານ ແລະ ຮ້ານກາເຟຮ້ານຂາຍເຝີ-ໝີ ເຂົ້າປຽກຮ້ານຕຳສົ້ມ, ຮ້ານປີ້ງຕ່າງໆ ຢູ່ນອກເຂດແດງ ແຕ່ເວລາ 06:00 ໂມງ – ເວລາ 18:30 ໂມງ ໂດຍອະນຸຍາດໃຫ້ ນັ່ງກິນ-ດື່ມ, ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ຕ້ອງຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດຂື້ນໄປ ແລະ ຫ້າມບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດຢ່າງເດັດຂາດ

.

ແຈ້ງການສືບຕໍ່ເພີ່ມທະວີ

.

.

.

.

.

.

Leave a Reply

Your email address will not be published. Required fields are marked *