ອີງຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 8 ຕຸລາ 2021 ໃຫ້ຮູ້ວ່າ ສປປ ລາວ ມີ ຜູ້ ເ ສ ຍ ຊີ ວິ ດ ໃ ໝ່ຈາກໂຄວິດ ເພີ່ມອີກ 1 ຄົນ ເຊິ່ງລາຍລະອຽດຜູ້ ເ ສ ຍ ຊີ ວິ ດ ດັ່ງນີ້:

ເພດຍິງ ອາຍຸ 50 ປີ ບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ, ຜູ້ກ່ຽວມີປະຫັວດການາສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຢູ່ບ້ານນາມອນ ເມືອງວັງວຽງ ເຊິ່ງກໍໄດ້ຖະແຫຼງຂ່າວກ່ອນໜ້ານີ້ແລ້ວ.

ຜູ້ກ່ຽວມີພ ະຍາ ດ ປະຈຳຕົວ ມີເບົາຫວານ, ຄວາມດັນ, ໄຂ່ຫຼັງຊຸກໂຊມ ແລະ ປອດບວມ. ວັນທີ 2 ຕຸລາ 2021 ຜູ້ກ່ຽວມີອາການອິດເມື່ອຍຫາຍໃຈຍາກ

ວັນທີ 5ຕຸລາ2021 ໄປເກັບຕົວຢ່າງ ແລະ ໄດ້ນອນຕິດຕາມຢູ່ໂຮງໝໍວັງວຽງ ເພື່ອພ້ອມທັງແຍກປ່ຽວ ວັນທີ 7ຕຸລາປີ2021 ຜົນລາຍງານ ຂອງການກວດໂຄວິດ ແມ່ນອອກມາເປັນບວກ ແລະ ອາການຜູ້ກ່ຽວບໍ່ດີຂຶ້ນ ແລະ ສົ່ງໄປປິ່ນປົວຕໍ່ໂຮງໝໍແຂວງ ຫຼັງຈາກນັ້ນຜູ້ກ່ຽວ ກໍ ເ ສ ຍ ຊີ ວິ ດ ມີຜູ້ສຳຜັດໃກ້ຊິດທັງໝົດ 7 ຄົນ ເປັນຄົນໃນຄອບຄົວຜູ້ເ ສ ຍ ຊີ ວິ ດ.

Leave a Reply

Your email address will not be published. Required fields are marked *