ເວລາ 11:30 ໂມງຂອງວັນທີ 6ຕຸລາ2021 ເຈົ້າໜ້າທີ່ທະຫານກອງຮ້ອຍຊາຍແດນ241 ໄດ້ເຂົ້າກັກຕົວກຸ່ມໄວລຸ້ນ ທີ່ຕັ້ງວົ ງ ຊຸ ມແຊ ວ ດື່ ມ ເ ຫຼົ້ າ, ເ ບ ຍ ເປີດສຽງເພງເນື່ອງນັນຢູ່ດອນກາງຂອງລະຫວ່າງບ້ານດອນກາງຂອງ ເມືອງສັງທອງ ແລະ ອຳເພີສັງຄົມ ປະເທດໄທ ຈຳນວນ 6ຄົນ, ຍິງ 1ຄົນ ທີ່ລະເມີດຄຳສັ່ງເລກທີ 15/ນຍ, ລົງວັນ 21ເມສາ2021 ຈຶ່ງໄດ້ນໍາເອົາຕົວກຸ່ມໄວລຸ້ນດັ່ງກ່າວ ພ້ອມທັງເຮັດບົດບັນທຶກແລ້ວມອບໃຫ້ອໍານາດການປົກຄອງບ້ານ ນຳໄປກັກກັນຕົວຢູ່ບ້ານ 14ວັນ ຕາມກໍານົດຂອງຄະນະສະເພາະກິດວາງອອກ ເພື່ອຊອກຫາເຊື້ອໂຄວິດ, ການກັກຕົວຄັ້ງນີ້ພວກກ່ຽວຈະໄດ້ຮັບຜິ ດຊອບຄ່າໃຊ້ຈ່າຍການກິນຢູ່ເອງທັງໝົດເພາະເປັນການກະທໍາໂດຍເຈ ດຕະນາລະເ ມີດຕໍ່ແຈ້ງການ 37/ຈນວ ລົງວັນທີ 30ກັນຍາ2021.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງສັງຄົມຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ໃນການຮັກສາຄວາມສະຫງົບຖ້າພົບເຫັນການເຄື່ອນໄຫວທີ່ຜິ ດຕໍ່ກົດໝາຍ ນໍາໄປສູ່ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ແຈ້ງມາທີ່ເບີ 020 2889 9774 ຫຼື ຊ່ອງທາງເຟັສບຸກ ປກສ ນະຄອນຫຼວງວຽງຈັນ.

Leave a Reply

Your email address will not be published. Required fields are marked *