ໃນວັນທີ 7 ຕຸລາ 2021 ນີ້ ເຈົ້ານະຄອນຫຼວງພະບາງ ໄດ້ອອກຄຳສັ່ງດ່ວນ ວ່າດ້ວຍເຂັ້ມງວດປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ຫຼວງພະບາງ ໂດຍມີມາດຕະການຫ້າມດັ່ງນີ້

.

.

ຫ້ າ ມ ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ດໍາລົງຊີວິດທົ່ວນະຄອນ ຫຼວງພະບາງ ອອກຈາກເຮືອນ ແລະ ທີ່ພັກອາໄສຂອງຕົນຢ່າງເດັດຂາດ. ຍົກເວັ້ນກໍລະນີທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ເຊັ່ນ: ເກິດລູກ, ເຈັບເປັນສຸກເສີນໄປປິ່ນປົວຢູ່ໂຮງໝໍ, ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ ຄອບຄົວໜຶ່ງບໍ່ໃຫ້ເກີນ 2 ຄັ້ງຕໍ່ວັນ ແລະ ຕ້ອງໄດ້ຮັບອານຸຍາດຈາກຄະນະສະເພາະກິດຂັ້ນບ້ານ.

ຫ້ າ ມພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ນະຄອນຫຼວງພະບາງ ເດີນທາງໄປຕ່າງເມືອງ, ຕ່າງແຂວງ ແລະ ຫ້າມຄົນຕ່າງເມືອງ, ຕ່າງແຂວງເດີນເຂົ້າມາໃນນະຄອນ ຫຼວງພະບາງ ຢ່າງເດັດຂາດ ພ້ອມດ້ວຍມາດຕະການອື່ນໆລາຍລະອຽດຕາມແຈ້ງການຂ້າງລຸ່ມນີ້

.

.
