ເກີດອຸບັດຕິເຫດຮຸນແຮງ ລົດໂມ້ປູ້ຕໍາກົ້ນລົດກະບະຮຸນໄດ ທີ່ຂົວຫ້ວຍຕະປຸງ ເມືອງເລົ່າງາມ.

ປະຊາຊົນແຈ້ງໃຫ້ຮູ້ວ່າ : ເວລາ ປະມານ 16:00 ວັນທີ 5 ຕຸລາ 2021, ເກີດອຸບັດຕິເຫດ ລົດໂມ້ປູນຕຳລົດຮຸນໄດ ຊັດໃສ່ຫົວຂົວຫ້ວຍຕະປຸງ ເມືອງເລົ່າງາມ ແຂວງສາລະວັນ

ຈາກຂໍ້ມູນໃຫ້ຮູ້ວ່າ ລົດໂມ້ປູນມາດ້ວຍຄວາມໄວ ແລ້ວເບກບໍ່ທັນ ຈິ່ງຕໍາເອົາທ້າຍລົດກະບະຮຸນໄດ ແລະ ຫົວຊັດເຂົ້າຄາຂົວ.

ສ່ວນລົດກະບະຮຸນໄດແມ່ນຫົວຊັດລົງຂ້າງຂົວ, ຜູ້ຂັບຂີ່ບາດເຈັບສົມຄວນ ແຕ່ປອດໄພແລ້ວ.

ເຕືອນໄພທຸກຄົນຂັບຂີ່ລົດດ້ວຍຄວາມບໍ່ປະໝາດ.

ລາຍງານໂດຍ: Bounthong

Leave a Reply

Your email address will not be published. Required fields are marked *