ຈາກການລາຍງານຂອງຄະນະສະເພາະກິດນະຄອນຫຼວງວຽງຈັນມີຜູ້ຕິດເຊື່ອທັງໝົດ 166 ຄົນ ຈາກ 47 ບ້ານ, 7 ເມືອງ, ລາຍລະອຽດມີດັ່ງນີີ້.
ເມືອງໄຊເສດຖາ: 53 ຄົນ ມາຈາກ 8 ບ້ານ ລວມທັງຄ້າຍຄຸມຂັງນາໄຫ 40 ຄົນ, ເມືອງຈັນທະບູລີ: 36 ຄົນ ມາຈາກ 4 ບ້ານ, ເມືອງນາຊາຍທອງ: 20 ຄົນ ມາຈາກ 7 ບ້ານ.
ເມືອງຫາດຊາຍຟອງ: 20 ຄົນ ມາຈາກ 7 ບ້ານ, ເມືອງສີໂຄດ: 11 ຄົນ ມາຈາກ 9 ບ້ານ, ເມືອງສີສັດຕະນາກ: 8 ຄົນ ມາຈາກ 4 ບ້ານ, ເມືອງໄຊທານີ: 11 ຄົນ ມາຈາກ 8 ບ້ານ ແລະ ອີກ 7 ຄົນແມ່ນກຳລັງສອບສວນເອົາຂໍ້ມູນເພີ່ມເຕີມ.
ສະພາບການການຕິດເຊືື້ອພະຍາດໂຄວິດ19 ໃນມືື້ວານນີ້້ ວັນທີ 4 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,825 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 454 ຄົນ ( ຊຸມຊົນ = 450 ຄົນ ຕິດເຊື້ອນໍາເຂົ້າ 4 ຄົນ ).
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
ສໍາລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊືື້ອພະຍາດໂຄວິດ19ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ແຈ້ງບອກ ພ້ອມດຽວກັນທາງແຂວງກໍ່່ມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດໃນຊຸມຊົນ ເພື່ອເກັບຕົວຢ່າງ ຄົ້ນຫາຄົນຕິດເຊືື້ອໃໝ່.
ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນິ້:
ຈຸດກວດຄົງທີ່ ທຸກຈຸດກວດ ຄົງທີ່ແມ່ນໃຫບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ມີ: ສະໝານກິລາໃນຮົ່ມ ບຶງຂະຫຍອງ, ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ ແລະ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
ທີມກວດເຄື່ອນທີ ມີ: 1 ທີມ ຂອງສາທາເມືອງໄຊທານີ, 1 ທີມ ຂອງສາທາ ເມືອງ ສີສັດຕະນາກ, 1 ທີມ ຂອງສາທາເມືອງສີໂຄດຕະບອງ ແມ່ນເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ, ສາທາເມືອງນາຊາຍທອງ ແມ່ນມີ 2 ທີມ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ.
ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື 1. ໂຮງໝໍສູນກາງ , 2. ໂຮງໝໍເມືອງ 9 ຕົວເມືອງ , 3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຮອດ ວັນສຸກ) ແລະ 4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ໄດ້ໂຈະການບໍລິການຊົ່ວຄາວ ເນື່ອງຈາກມີການລະດົມທິມແພດ ໄປຊ່ວຍຈຸດອື່ນ. ຄະນະສະເພາະກິດຈະແຈ້ງໃຫ້ຊາບ ວັນເວລາ ທີ່ຈະເປີດບໍລິການຄືນໃໝ່ ທີ່ຈຸດບໍລິການ ຂອງສູນການຄ້າລາວໄອເຕັກ
ໃນຄົນທີ່ທ່ານບໍ່ໄດ້ຢູ່ບ້ານແດງ: ທ່ານທີ່ໄປສັກເຂັມ 1 ແມ່ນໃຫ້ສະເໜີຂໍອະນຸຍາດອໍານາດການປົກຄອງບ້ານເພື່ອອອກໃບຍັງຢືນໃຫ້ , ສ່ວນທ່ານທີ່ໄປສັກເຂັມ 2 ແມ່ນໃຫ້ ເອົາບັດຂຽວທີ່ສັກເຂັມ1 ແລ້ວໄປຢັ້ງຢືນຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດ ເພື່ອອໍານວຍຄວາມສະດວກແກ່ຜູ້ຈະໄປຮັບວັກຊີນປ້ອງກັນ ໂຄວີດ 19. ສໍາລັບທ່ານໃດທີ່ຢູ່ບ້ານແດງນັ້ນ ແມ່ນຈະມີທີມເຄື່ອນທີ່ໄປໃຫ້ບໍລິການສັກວັກຊີນຢູ່ບ້ານ ທີ່ເປັນເຂດແດງ