ຈາກກໍລະນີ ລົດກະບະຟອດ ຖືກຄົນຮ້າຍເພດຍິງ ມາກັບເດັກນ້ອຍ ໄດ້ສວຍໂອກາດ ລັກເອົາລົດທີ່ຮ້ານອັດສີດ ເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນແລງວັນທີ 2/10/2021.

ທາງເຈົ້າຂອງລົດ ລາຍງານວ່າສາມາດ ຈັດໄດ້ແລ້ວ ທີ່ເຂດບ້ານຫາດສ້ຽວ.

ຕາມການໃຫ້ຂໍ້ມູນຂອງຜູ້ເສຍຫາຍ: ຜູ້ກ່ຽວເຮັດມາຫລາຍຮ້ານແລ້ວ,ຈິ່ງເຕືອນໃຫ້ ລະວັງແດ່ເດີທຸກຄົນ. ໂດຍທີ່ຜູ່ກ່ຽວ ຈະເຮັດແບບສວມຮອຍເປັນພະນັກງານຮ່ານອັດສີດ, ເມື່ອລູກຄ້າຈອດລົດ ລະຈະຍ່າງມາຖາມເອົາກະແຈ. ຈິ່ງເຮັດໃຫ້ລູກຄ້າ ຄິດວ່າແມ່ນພງຢູ່ຮ້ານລ້າງລົດຫັ່ນ. ສ່ວນ ພະນັກງານ ລ້າງລົດພັດຄິດວ່າເຮົາມາສົ່ງລົດໃຫ້ລູກຄ້າ ເລີຍບໍໄດ້ບອກເຮົາວ່າບໍແມ່ນຄົນລ້າງລົດຢູ່ຮ້ານ.

ຈົນມັນຂັບລົດອອກຮ້ານຈັງຖາມຄົນຢູ່ຫັ້ນວ່າ ບໍແມ່ນພງລ້າງລົດຢູ່ຮ້ານຫວາ ຄົນຢູ່ຫັ້ນຕອບ ວ່າບໍແມ່ນໃດ ເຮົາຄິດວ່າເຈົ້າມາສົ່ງລົດໃຫ້ລູກຄ້າ. ຮູ້ຕົວມາມັນເລັ່ງລົດຫນີເຕັມທີ່ແລ້ວ.

ຜູ້ກ່ຽວເປັນຄົນສະຕິບໍ່ດີ ແລະ ຄົ້ນຕາມຕົວແມ່ນພົບອຸປະກອນເສບຢາເສບຕິດນໍາອີກ. ຜ່ານມາເຄີຍກໍ່ເຫດລັກສະນະດຽວກັນ ຫຼາຍຮ້ານແລ້ວ.

ຂ່າວກ່ອນໜ້ານີ້

ເວລາປະມານ 16:07 ນາທີ ວັນທີ 2/10/2021 ມີຄົນສວຍໂອກາດ ລັກເອົາລົດ ກະບະ ford ສະແດງ ທະບຽນ ຄໍາມ່ວນ ກກ9806. ເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

.

.

.

.

.

.

ຄົນທີ່ລັກ ແມ່ນເພດຍິງ ມາກັບເດັກນ້ອຍຊາຍ 1 ຄົນ. ທ່ານໃດພົບເຫັນກະລຸນາແຈ້ງ ເຈົ້າຂອງລົດດ້ວຍ.

Leave a Reply

Your email address will not be published. Required fields are marked *