ປະຊາຊົນບ້ານນໍ້າແບງ ເມືອງຊຽງຮ່ອນ ຖອກທ້ອງກະທັນຫັນແພດສັນນິຖານ ອາດເປັນຍ້ອນບໍລິໂພກຊີ້ນຄວາຍທີ່ຕາຍ.
ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 30 ກັນຍາ ຜ່ານມາ, ປະຊາຊົນຢູ່ບ້ານນໍ້າແບງ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ມີອາການຖອກທ້ອງກະທັນຫັນ 37 ຄົນ.

ຈາກການສອບຖາມຂໍ້ມູນຈາກ ທ້າວ ພຽນ ແກ້ວບາງ ປະຊາຊົນບ້ານນໍ້າແບງ ໜຶ່ງໃນປະຊາຊົນທີ່ມີອາການຖອກທ້ອງ ໃຫ້ຮູ້ວ່າ: ວັນທີ 30 ກັນຍາ ນີ້, ຜູ້ກ່ຽວພ້ອມດ້ວຍໝູ່ເພື່ອນພາຍໃນບ້ານ ໄດ້ພາກັນນຳເອົາຊີ້ນຄວາຍທີ່ຕາຍໂດຍບໍ່ຮູ້ສາເຫດ ມາປຸງແຕ່ງອາຫານກິນ ຈາກນັ້ນໄດ້ມີອາການເຈັບທ້ອງ ແລະ ຖອກທ້ອງຢ່າງກະທັນຫັນ ຈຳນວນ 37 ຄົນ ອາການໜັກຈົນໄດ້ນຳສົ່ງໂຮງໝໍ ແລະ ຍັງມີຫລາຍຄົນທີ່ມີອາການເບົາບາງ ແລະ ປິ່ນປົວຢູ່ພາຍໃນບ້ານ.

ຕາມການການສັນນິຖານເບື້ອງຕົ້ນຂອງ ທ່ານໝໍປະຈຳໂຮງໝໍຊຸມຊົນເມືອງຊຽງຮ່ອນ ໃຫ້ຮູ້ວ່າ: ສາເຫດໃນການຖອກທ້ອງກະທັນຫັນຄັ້ງນີ້ ອາດເກີດຈາກການບໍລິໂພກຊີ້ນຄວາຍທີ່ຕາຍບໍ່ຮູ້ສາເຫດ, ສ່ວນສາເຫດທີ່ເຮັດໃຫ້ຄວາຍໂຕດັ່ງກ່າວຕາຍ ແມ່ນຍ້ອນເກີດຈາກເຊື້ອພະຍາດຫຍັງແທ້ນັ້ນ, ວິຊາການລະບາດວິທະຍາໂຮງໝໍຊຸມຊົນເມືອງຊຽງຮ່ອນ ກຳລັງລົງກວດກາຢູ່ບ້ານດັ່ງກ່າວ ເພື່ອຊອກຫາສາເຫດຂອງການຕາຍຂອງຄວາຍ.

ຕໍ່ກັບເຫດການຄັ້ງນີ້, ຈຶ່ງເປັນອຸທາຫອນຝາກໄວ້ໃຫ້ທຸກຄົນບໍ່ຄວນ ບໍລິໂພກສັດຕາຍ ໂດຍທີ່ບໍ່ຮູ້ສາເຫດ ເພາະອາດຈະເກີດອັນຕະລາຍຕໍ່ຮ່າງກາຍຂອງຄົນເຮົາໄດ້.
ຂ່າວ: ດອນ ຂຽວພະນາ