ພ້ອມກັນ ຫຼື ຍັງໃນການປະຕິບັດມາດຕະການປ້ອງກັນການລະບາດຂອງໂຄວິດ ສະບັບໃໝ່ ຂອງລັດຖະບານ ຕື່ມອີກ 15 ເລີ່ມວັນທີ 1ຮອດວັນທີ15 ຕຸລານີ້ ໂດຍກຳນົດ 14 ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຄື:

1. ສຸມໃສ່ສັກວັກຊີນໃຫ້ເປົ້າໝາຍຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ
2. ສືບຕໍ່ປີດດ່ານທຸກປະເພດ
3. ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມ

4. ປິດກິດຮ້ານບັນເທີງ, ຄາຣາໂອເກະ, ກິນດື່ມໃນທົ່ວປະເທດ.
5. ຫ້າມເປີດຮ້ານນວດ, ເສີມຄວາມງາມ, ຕັດຜົມ, ຕະຫຼາດກາງຄືນ ເຂດທີ່ມີການລະບາດ
6. ປິດບັນດາໂຮງງານອຸດສາຫະກຳ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະບາດ

7. ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການນລະບາດ
8. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ
9. ຫ້າມຈັດງານສັງສັນທຸກຮູບແບບ ຢູ່ທຸກສະຖານທີ່.

10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ
11. ປິດການສັນຈອນຢູ່ນະຄອນຫຼວງ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນແຕ່ເວລາ 21:00 ໂມງຫາ05:00 ໂມງເຊົ້າ

12. ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນທຸກສາຍຢູ່ເຂດທີ່ມີການລະບາດ
13. ຫ້ າ ມ ຈັດປະຊຸມ, ໂຮມຊຸມນຸມ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20ຄົນ
14. ໃຫ້ທຸກອົງການ ທີ່ມີການລະບາດໃນຊຸມຊົນ ໃຫ້ພະນັກງານຜັດປ່ຽນກັນມາປະຈໍາການ

ສຳລັບ 13 ມາດຕະການສືບຕໍ່ຜ່ອນຜັນ
1. ອະນຸຍາດໃຫ້ເປີດຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ-ອາຫານ.
2. ການຄົບງັນງານສົບ ປະຕິບັດຕາມຄຳແນະນໍາ ເລກທີ 429/ສພກ, ລົງວັນທີ 15/09/2021

3. ອະນຸຍາດໃຫ້ເປີດຮ້ານຕັດຜົມ, ເສີມສວຍ ຢູ່ນອກເຂດແດງ
4. ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດ.
5. ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ

6. ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ
7. ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລໍານ້ຳເຂດຊາຍແດນລະຫວ່າງປະເທດ

8. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ
9. ອະນຸຍາດໃຫ້ດຳເນີນການຂົນສົ່ງ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດ
10. ອະນຸຍາດໃຫ້ຜູ້ຂັບລົດຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງໄດ້

11. ອະນຸຍາດໃຫ້ເປີດການຮຽນ-ການສອນ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ
12. ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ, ກາງແຈ້ງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມ
13. ອະນຸຍາດໃຫ້ເປີດຮ້ານນວດ, ເສີມສວຍ, ຕັດຜົມ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ

.

.

.

.

.

.
