ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ໃນວັນທີ 30 ກັນຍາ 2021 ວ່າ ທີ່ແຂວງສະຫວັນນະເຂດມີຜູ້ຕິດເຊື້ອໃນຊຸມຊົນ 35 ຄົນ ແລະ ນໍາເຂົ້າ 3 ຄົນ.

ກໍລະນີນໍາເຂົ້າ ແມ່ນມາຈາກ ວັດບ້ານໂພໄຊ, ນະຄອນໄກສອນ ມີ 24 ກໍລະນີ, ທັງໝົດເປັນຄູບາ ແລະ ເນນ ຊື່ງພົວພັນໃກ້ຊິດກັບກໍລະນີ ຕິດເຊື້ອລາຍງານໃນວັນທີ 27 ກັນຍາ 2021. ວັດດັ່ງກ່າວ ມີພະສົງທັງໜົດ 64 ອົງ, ຮອດປະຈຸບັນນີ້ ມີຄູບາໃນວັດດັ່ງກ່າວຕິດເຊື້ອທັງໝົດ 32 ກໍລະນີ.

.

ນະຄອນໄກສອນ ມີ 08 ກໍລະນີ, ບ້ານສະພານໃຕ້ ມີ 07 ກໍລະນີ, ບ້ານໂນນສະຫວາດ ມີ 01 ກໍລະນີ, ຄ້າຍທະຫານຢູ່ເຂດບ້ານຈະເລີນສຸກ 3 ຄົນ, ເມືອງອຸທຸມພອນ, ບ້ານໂນນຍາງ, ເມືອງອຸທຸມພອນ ມີ 01 ກໍລະນີ (ເປັນເພດຍິງ, ອາຍຸ 28 ປີ, ອາຊີບ: ພະນັກງານບໍລິສັດນິກຄອນ).

.

ທົ່ວປະເທດມີຜູ້ຕິດເຊື້ອໃໝ່ 358, ຊຸມຊົນ 337 ແລະ ນໍາເຂົ້າ 21. ໃນນີ້ມີຜູ້ເສຍຊີວິດໃໝ່ 1 ຄົນ ທີ່ນະຄອນຫຼວງວຽງຈັນ ເປັນເພດຊາຍ ອາຍຸ 75 ປີ.

.

.

.

ຂອບໃຈຜູ້ໃຈບຸນບໍລິຈາກມຸ້ງໃຫ້ພຣະສົງ ທີ່ສູນກັກບໍລິເວນ

.

Leave a Reply

Your email address will not be published. Required fields are marked *