ຂໍ້ມູນຜູ້ເສຍຊີວິດໃໝ່ ລາຍງານຈາກຄະນະສະເພາະກິດ ໃນວັນທີ 30 ກັນຍາ 2021 ນີ້. ຜູ້ເສຍຊີວິດ ແມ່ນ ເພດຊາຍ, ອາຍຸ 75 ປີ, ບ້ານແກ້ງຢາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ. ຜູ້ກ່ຽວມີປະຫວັດການປິ່ນປົວກ່ອນເສຍຊີວິດດັ່ງນີ້:
ວັນທີ 17/09/2021: ເຂົ້າມາກວດຢູ່ໂຮງໝໍມິດຕະພາບ ຍ້ອນອາການຂອງໝາກໄຂ່ຫລັງຊຸດໂຊມ ແລະ ນອນໂຮງໝໍດັ່ງກ່າວ ຮອດວັນທີ 29/09/2021 ແລະ ໄດ້ເກັບຕົວຢ່າງກວດໂຄວິດ ພົບເຊື້ອ
ຄອບຄົວຂໍເອົາຜູ້ກ່ຽວກັບບ້ານ ກ່ອນຜົນກວດຈະອອກ ຍ້ອນວ່າສະພາບອາການຂອງຄົນເຈັບມີອາການໜັກຫລາຍ ປະມານຕອນສວຍ (ບໍ່ຈື່ໂມງ)
ເສຍຊີວິດຕອນເວລາ 14:30 ໂມງ ຂອງວັນທີ 29 ກັນຍາ 2021 (ເສຍຊີວິດຢູ່ບ້ານ) ແລະ ປະຈຸບັນນີ້ ສົບຂອງຜູ້ກ່ຽວ ແມ່ນຢູ່ບ້ານ ແລະ ຈັດງານຕາມຮິດຄອງປະເພນີ,
ໝາຍເຫດ: ໄລຍະນອນປີ່ນປົວຢູ່ໂຮງໝໍມິດຕະພາບ ໄດ້ນອນຫ້ອງດຽວກັນກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານກ່ອນໜ້ານັ້ນ.
ທາງຄະນະສະເພາະກິດ ຖືວ່າ ຜູ້ທີ່ໄປຮ່ວມງານຊາປະນະກິດ ເປັນຜູ້ສໍາຜັດໃກ້ຊິດ ແລະ ຕ້ອງໄດ້ ກັກບໍລິເວນ ແລະ ກວດຫາເຊື້ອໂດຍດ່ວນ!