ອີງຕາມຜົນຈາກຫ້ອງວິເຄາະ ແຂວງຫຼວງພະບາງ ປະຈຳວັນທີ 29 / 09 / 2021 ໄດ້ກວດຕົວຢ່າງ COVID-19 ທັງໝົດ 380 ຕົວຢ່າງ, ຈາກສູນກັກກັນ 56 ຕົວຢ່າງ ພົບເຊື້ອ ຜົນບວກ 2 ຕົວຢ່າງ, ກໍລະນີຊຸມຊົນ 324 ຕົວຢ່າງ ພົບເຊື້ອ ຜົນບວກ 69 ຕົວຢ່າງ, ໃນນີ້ປະກອບມີ: ເມືອງງອຍ 43 (ຊຸມຊົນ 43), ນ້ຳບາກ 24 (ຊຸມຊົນ 24), ນານ 1 (ຊຸມຊົນ 1), ນະຄອນຫຼວງພະບາງ 3 (ຊຸມຊົນ 3).
ມາຮອດມື້ນີ້ ຫຼວງພະບາງ ມີຍອດສະສົມເຖິງ 481 ກໍລະນີ, ປິ່ນປົວດີ 140 ກໍລະນີ, ກໍາລັງປິ່ນປົວ 340 ກໍລະນີ. ເສຍຊີວິດ 0 ກໍລະນີ.

ໃນຂະນະທີ່ ທົ່ວປະເທດ ມີລາຍງານຜູ້ຕິດເຊື້ອ ທັງໝົດ 358 ກໍລະນີ, ນໍາເຂົ້າ 21 ແລະ ຊຸມຊົນ 337 ກໍລະນີ. ພ້ອມທັງມີລາຍງານຜູ້ເສຍຊີວິດ 1 ຄົນ.
