ຈາການລາຍງານຂອງ ຄະນະສະເພາະກິດ ຜູ້ຕິດເຊື້ອ ໃນວັນທີ 26 ກັນຍານີ້ ທີ່ກະຊວງສາທາລະນະສຸກ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະ ພາບໂຄວິດ-19 ຢູ່ ສປປ ລາວ, ໃນທົ່ວໂລກວ່າ: ໃນວັນທີ 25 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4.816 ຄົນ,

ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 292 ຄົນ, ກໍລະນີນໍາເຂົ້າ ມີ 12 ຄົນ ຈາກແຂວງ ສະຫວັນນະເຂດ 5 ຄົນ, ຈຳປາສັກ 3 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະ ຄຳມ່ວນ 1 ຄົນ ຊຶ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

ສຳລັບການຕິດເຊື້ອໃນຊຸມຊົນມີ 280 ຄົນ ລາຍລະອຽດມີດັ່ງຕໍ່ໄປນີ້:

ຈາກນະຄອນຫຼວງວຽງຈັນ 135 ຄົນຄື: ພະນັກງານ TriO 63 ຄົນ, ພະນັກງານ DKSH 1 ຄົນ, ພະນັກງານທະຫານ 3 ຄົນ, ຕຳຫຼວດ 2 ຄົນ, ພະນັກງານໂຮງງານໂຮຢ້າ 1 ຄົນ, ພະນັກງານເດີນກັອບແລັກ ວິວ 1 ຄົນ, ສ່ວນທີ່ ເຫຼືອອີກ 66 ຄົນທີມງານກຳລັງສັງລວມຂໍ້ມູນ;

ຄຳມ່ວນ 85 ຄົນຄື: ກຳມະກອນ ບໍລິສັດ ຄາຍຢວນ 83 ຄົນ, ຊຸມຊົນ ທົ່ວໄປ 2 ຄົນ;

ແຂວງວຽງຈັນ 16 ຄົນຄື: ເມືອງໂພນໂຮງ 10 ຄົນ (ບ້ານໂພນຫໍ 3 ຄົນ, ບ້ານໂພນແກ້ວ 2 ຄົນ, ບ້ານນາແພງ 1 ຄົນ, ບ້ານໂນນສະຫວາດ 1 ຄົນ, ບ້ານນ້ຳລິນ 1 ຄົນ, ບ້ານຊ້າງໃຫຍ່ 1 ຄົນ ແລະ ບ້ານນາໂພພະລາດ 1 ຄົນ), ເມືອງວັງວຽງ 3 ຄົນ (ບ້ານຂັນໝາກ 2 ຄົນ ແລະ ບ້ານວຽງແກ້ວ 1 ຄົນ), ເມືອງວຽງຄຳ 3 ຄົນ ບ້ານໂພນໝີ;

ສະຫວັນນະເຂດ 14 ຄົນຄື: ຈາກຄາຍຄຸມຂັງ ຫຼັກ 6 ມີ 3 ຄົນ ເປັນພະນັກງານຕຳຫຼວດ 2 ຄົນ, ນັກໂທດ 1 ຄົນ, ນັກບວດ 1 ຄົນ ເພດຊາຍ ອາຍຸ 18 ປີ ຢູ່ວັດໂພໄຊ ນະຄອນໄກສອນ ຍັງບໍ່ຮູ້ທີ່ມາຂອງການຕິດເຊື້ອ, ພະນັກງານແພດ 1 ຄົນ ເຮັດວຽກຢູ່ ເມືອງອາດສະພອນ ຊຶ່ງເຂົ້າປະຈຳສູນຫຼັກ 9 ແລະ ຢູ່ໄລຍະກັກໂຕ ພາຍຫຼັງອອກປະຈຳການ, ພະນັກງານທະຫານຄ້າຍ 644 ບ້ານຈະເລີນສຸກ ເມືອງປະທຸມພອນ 1 ຄົນ, ຜູ້ປະຈຳການ ມສ ພິນ ຂຶ້ນກັບ ເມືອງປະທຸມພອນ 6 ຄົນ (ພະນັກງານຕຳຫຼວດ 3 ຄົນ, ນາຍບ້ານ 2 ຄົນ, ພະນັກງານປົກຄອງເມືອງ 1 ຄົນ), ປະຊາຊົນບ້ານວົງພັນສີ ເມືອງປະທຸມພອນ 2 ຄົນເພດຊາຍອາຍຸ 41 ປີ ແລະ ເພດຍິງ ອາຍຸ 29 ປີ ຊຶ່ງເປັນຄົນໃນຄອບຄົວພະນັກງານຕຳຫຼວດທີ່ຕິດເຊື້ອຜ່ານມາ;

ຈຳປາສັກ 12 ຄົນ ຊຶ່ງມາຈາກ ເມືອງປະທຸມພອນທີ່ໄດ້ລາຍງານຜ່ານມາ;

ສາລະວັນ 7 ຄົນຄື: ຈາກ ບ້ານເຫຼັກ 4 ຄົນ ຊຶ່ງມາຈາກຄອບຄົວຜູ້ຕິດເຊື້ອຜ່ານມາ, ບ້ານໂພນແກ້ວ 3 ຄົນ ຄອບຄົວດຽວກັນກັບ ພະນັກງານແພດກາຍຍະບຳບັດໂຮງໝໍແຂວງສາລະວັນ ທີ່ຕິດເຊື້ອຜ່ານມາ;

ບໍລິຄຳໄຊ 4 ຄົນ ບ້ານ ຫ້ວຍໄຮ ເມືອງປາກກະດິງ 3 ຄົນ (ເພດຍິງ ອາຍຸ 8 ປີ ອາຊີບ ນັກຮຽນ, ເພດຍິງ ອາຍຸ 73 ປີ, ເພດ ຊາຍ ອາຍຸ 37 ປີ ອາຊີບ ເຮັດນາ) ເປັນຄອບຄົວຜູ້ຕິດເຊື້ອຜ່ານມາ, ບ້ານສະຫວ່າງ ເມືອງທ່າພະບາດ 1 ຄົນ (ເພດຍິງ ອາຍຸ 30 ປີ ອາຊີບ ພະນັກງານທະຫານ);

ຫຼວງພະບາງ 3 ຄົນ ທັງໝົດໄດ້ພົວພັນ ໃກ້ຊິດກັບກໍລະນີ ຕິດເຊື້ອຢູ່ບ້ານດຽວກັນ ບ້ານໜອງຂຽວ ເມືອງງອຍ;

ບໍ່ແກ້ວ 2 ຄົນ ໃນເຂດເສດຖະ ກິດພິເສດສາມຫຼ່ຽມຄຳ;

ຫຼວງນ້ຳທາ 1 ຄົນ ບ້ານວຽງຄຳ ເມືອງນ້ຳທາ ຜູ້ກ່ຽວກັບຄອບຄົວເດີນທາງ ຈາກຫຼວງນ້ຳທາ, ໃນວັນທີ 17 ກັນຍາ 2021 ມາແຂວງວຽງຈັນ ບ້ານໂພນໝີໃຕ້ ໃກ້ຕະຫຼາດ ເພື່ອສົ່ງ ສະການແມ່ເສຍຊີວິດ ຢູ່ເຮືອນດີ ແຕ່ວັນທີ 17 ກັນຍາ 2021 ຮອດວັນທີ 22 ກັຍຍາ 2021 ເປັນເວລາ6 ວັນ, ວັນທີ 24 ກັນຍາ 2021 ເວລາ 9 ໂມງ ໄດ້ເຂົ້າໄປເກັບຕົວຢ່າງກວດໂຄວິດຢູ່ໂຮງໝໍແຂວງຄັ້ງທີ 1 ຜົນກວດບໍ່ຈະແຈ້ງ ໄດ້ກັບມາເກັບຕົວຢ່າງອີກ ວັນທີ 25 ກັນຍາ 2021 ແລ້ວໃຫ້ຜົນບວກ; ອັດຕະປື 1 ຄົນ ເພດ ຍິງ ອາຍຸ 37 ປີ ພະນັກງານ ຖະແຫຼງຂ່າວແຂວງ.

Leave a Reply

Your email address will not be published. Required fields are marked *