ທ່ານ ທ່ານ ດຣ. ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ ຕາງໜ້າໃຫ້ແກ່ກອງເລຂາຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ອອກມາຖະແຫຼງຂ່າວກ່ຽວກັບການແຜ່ລະບາດຂອງພະຍາດດັ່ງກ່າວປະຈໍາວັນທີ 25 ກັນຍາ 2021 ວ່າ :

ພາຍຫຼັງທີ່ໄດ້ມີການກວດຫາເຊື້ອປະຈໍາວັນຢູ່ໂຮງໝໍແຂວງຈໍານວນ 253 ຕົວຢ່າງ ຜົນອອກມາໃນມື້ນີ້ກໍ່ເປັນອີກມື້ໜຶ່ງຂອງແຂວງຄໍາມ່ວນທີ່ມີຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີໃໝ່ເກີດຂຶ້ນເຖິງ 72 ຄົນ, ນໍາເຂົ້າ 01 ຄົນ.

ໃນນັ້ນສະເພາະເມືອງທ່າແຂກພະນັງານ, ກໍາມະກອນທີ່ຕິດເຊື້ອຢູ່ໂຮງງານລາວຄາຍຢວນມີຈໍານວນ 62 ຄົນ ນອກນັ້ນແມ່ນຜູ້ຕິດເຊື້ອຢູ່ຊຸມຊົນໃນຈໍານວນ 06 ບ້ານຂອງເມືອງທ່າແຂກ ແລະ ເກີດຂຶ້ນໃໝ່ 01 ບ້ານຂອງເມືອງຍົມມະລາດຄື : ເມືອງທ່າແຂກມີບ້ານຈອມທອງ 02 ຄົນ , ຈອມເພັດ 01 ຄົນ , ບ້ານສຸກສະຫວັນ 01 ຄົນ , ບ້ານຕານ 01 ຄົນ,ບ້ານມ່ວງສຸມ 01 ຄົນ , ບ້ານລໍາມະລາດ 02 ຄົນ , ໂຮງງານລາວຄາຍຢວນ 62 ຄົນ ; ສ່ວນວ່າຢູ່ເມືອງຍົມມະລາດຄືບ້ານຍົມມະລາດມີ 02 ຄົນ .

ສໍາລັບບ້ານແດງໃນທົ່ວແຂວງຄໍາມ່ວນໃນວັນທີ 25 ກັນຍາ 2021 ມີ 46 ບ້ານທຽບໃສ່ວັນທີ 24 ກັນຍາ 2021 ຫຼຸດລົງ 02 ບ້ານ .

ທົ່ວແຂວງມີຈໍານວນຜູ້ຕິດເຊື້ອສະສົມ 2.106 ຄົນ , ປິ່ນປົວຫາຍດີສະສົມ 1.388 ຄົນ , ກໍາລັງປິ່ນປົວ 717 ຄົນ , ເສຍຊີວິດສະສົມ 01 ຄົນ , ຈໍານວນຕົວຢ່າງທີ່ກວດປະຈໍາວັນໃນວັນທີ 24 ກັນຍາ ແລະ ຮູ້ຜົນກວດໃນວັນທີ 25 ກັນຍາ 2021 ຢູ່ໂຮງໝໍແຂວງຄໍາມ່ວນຈໍານວນ 253 ຄົນ .

ສໍາລັບໂຮງງານລາວຄາຍຢວນ ເກືອກາລີ ຈໍາກັດຈໍານວນກໍລະນີຜູ້ຕິດເຊື້ອສະສົມແມ່ນເພີ້ມສູງຂຶ້ນນັບແຕ່ ມື້ມີການລະບາດເປັນຕົ້ນມາຄືໃນທີ 23 ກັນຍາ 2021 ຕິດເຊື້ອໃໝ່ 15 ຄົນ , ວັນທີ 24 ກັນຍາ 2021 ຕິດເຊື້ອໃໝ່ 66 ຄົນ ແລະ ວັນທີ 25 ກັນຍາ 2021 ຕິດເຊື້ອໃໝ່ 62 ຄົນລວມແລ້ວກໍລະນີຜູ້ຕິດເຊື້ອສະສົມ 03 ວັນຢູ່ໂຮງງານດັ່ງກ່າວມີເຖິງ 143 ຄົນ .

ປະຈຸບັນທາງການນໍາແຕ່ລະຂັ້ນຢູ່ພາຍໃນແຂວງເວົ້າລວມ, ເວົ້າສະເພາະກໍ່ແມ່ນຄະນະສະເພາະຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ກໍ່ໄດ້ລົງປະສານສົມທົບກັບຜູ້ບໍລິຫານໂຮງງານ ແລະ ມີມາດຕະການທີ່ຮັດກຸມເພື່ອຫາ ວິທີແກ້ບັນຫາທີ່ເກີດຂຶ້ນຮ່ວມກັນເພື່ອຢັບຢັງເຊື້ອພະຍາດດັ່ງກ່າວບໍ່ໃຫ້ແຜ່ຂະຫຍາຍອອກໄປສູເຂດອື່ນໆ .

ສໍາລັບຕົວເລກຜູ້ຕິດເຊື້ອຢູ່ຊຸມຊົນໃນແຂວງຄໍາມ່ວນປະຈໍາວັນທີ 25 ກັນຍາ 2021 ເມື່ອທຽບໃສ່ບັນດາແຂວງອື່ນໆແລ້ວແມ່ນຢູ່ອັນດັບສອງຖັດຈາກນະຄອນຫຼວງວຽງຈັນ .

ລາຍງານໂດຍ: ຄະນະສະເພາະກິດແຂວງຄໍາມ່ວນ

Leave a Reply

Your email address will not be published. Required fields are marked *