ວັນທີ 26 ກັນຍາ 2021 ນີ້ ຄະນະນຳອົງການກາແດງລາວ ປະຈຳແຂວງຫຼວງພະບາງ ນຳໂດຍ ທ່ານ ບຸນນາກ ເພັດສຸພັນ ຮອງຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງ ພ້ອມຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ 19 ຢູ່ບ້ານນາອວນ ນະຄອນຫລວງພະບາງ ມີຄະນະນຳຂອງນະຄອນ ແລະອົງການປົກຄອງບ້ານ ເຂົ້າຮ່ວມ.

ປະຈຸບັນບ້ານນາອວນ ຖືກກຳນົດເປັນບ້ານເຂດແດງ ຫຼື ບ້ານທີ່ເປັນພື້ນທີ່ສ່ຽງຕໍ່ການລະບາດຂອງພະຍາດໂຄວິດ 19 ເຊີ່ງຄະນະສະເພາະກິດຂັ້ນນະຄອນ ໄດ້ມີການອອກຄຳສັງປິດການເດີນທາງເຂົ້າ-ອອກຂອງປະຊາຊົນ ເພື່ອຈຳກັນການລະບາດຂອງເຊື້ອ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ກ່າວມອບເຄື່ອງຊ່ວຍເຫຼືອ ໂດຍແມ່ນ ທ່ານ ບຸນນາກ ເພັດສຸພັນ ຮອງຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງ, ກ່າວຮັບໂດຍແມ່ນ ທ່ານ ຄຳຜູຍ ສີຫານາດ ຫົວໜ້າຫ້ອງການແຮງງານ ແລະສະຫວັດດີການ-ສັງຄົມ ນະຄອນ ແລະມອບຕໍ່ໃຫ້ອົງການປົກຄອງບ້ານຫ້ວຍຖໍ້າ ເພື່ອນໍາໄປແຈກຍາຍໃຫ້ທົ່ວເຖິງ.

ເຄື່ອງທີ່ມອບ ປະກອບມີເຂົ້າສານ, ໄຂ່ໄກ່, ມີ່ເຄີ່ງສຳເລັດຮູບ, ປ່ອງປາ, ສະບູ, ແຟັບຊັກເຄື່ອງ ແລະເຄື່ອງໃຊ້ສ່ວນຕົວປະຈຳວັນອີກຈຳນວນໜື່ງ ໂດຍຈັດເປັນຖົງມອບໃຫ້ທຸກຄອບຄົວ ລວມທັງໝົດ 83 ຖົງ (ຄອບຄົວລະຖົງ), ລວມມູນຄ່າທັງໝົດ 7.760.500 ກີບ.

ລາຍງານໂດຍ: ອາພຸດເດດ ບຸບຜາ
