ໜ່ວຍກູ້ໄພ ສະຫວັນນະເຂດ 1629 ໃຫ້ການຊ່ວຍເຫຼືອມ້ຽນສົບຜູ້ເສຍຊີວິດ ທຸກຍາກອານາຖາ

ແຂວງ ສະຫວັນນະເຂດ ວັນທີ 26/09/2021 ໜ່ວຍກູ້ໄພ ສະຫວັນນະເຂດ1629 ໄດ້ຮັບແຈ້ງປະສານ ຂໍຄວາມຊ່ວຍເຫລືອ ຈາກຄະນະ ບ້ານ ຫົວເມືອງເຫນືອ ວ່າມີຜູ້ເສຍຊີວິດຊື່ ນາງຈັນທະເພັງ ອາຍຸ 38 ປີ ອາຊີບ ແມ່ເຮືອນ

ພັກເຊົາຍູ່ຕູບນ້ອຍໆ ພໍຊົ້ນແດດຝົນ ຜູ້ກ່ຽວເສຍຊີວິດດ້ວຍໂລກປະຈຳໂຕ ພະຍາດຜູ້ກ່ຽວ ຜູ້ກ່ຽວເປັນຄົນທຸກຍາກອານາຖາ.

ດັ່ງນັ້ນທາງທີມງານອາສາພວກເຮົາໃຫ້ການຊ່ວຍເຫລືອ ມອບຫີບສົບ ພ້ອມນຳສົ່ງປ່າຊ້າ ເພື່ອທຳພິທີທາງສາດສະຫນາ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ຂໍໃຫ້ວີນຍານຜູ້ເສຍຊີວິດຳປສູ່ພົບພູມທີ່ດີ ສາທຸໆໆ

ຂໍຂອບໃຈ ທ່ານຫຼາຍໆ ໃນການປະກອບສ່ວນໃນວຽກງານຊ່ວຍເຫລືອສັງຄົມ ແລະ ເພື່ອມະນຸດສະທຳ ຂໍອວຍໄຊໃຫ້ພອນທ່ານ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນກ້າວໜ້າທຸກປະການ ຂໍຂອບໃຈຢ່າງສູງ

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການປະກອບຊຸກຍູ້ຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :
-ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,

  • ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
  • ອຸປະກອນການແພດຕ່າງໆ
  • ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ, ນ້ຳມັນລົດອອກເຫດ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ
  • ສະຖານທີ່ : ບ້ານ ຫົວເມືອງເໜືອ ( ຮ່ອມກົງສູນໄທ ), ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
  • ຕິດຕໍ່ສອບຖາມ: 020 28285454

ທີມກູ້ຊີບກູ້ໄພ ສະຫວັນນະເຂດ 1629

“ຝາກແຊຮປະຊາສຳພັນ”

Leave a Reply

Your email address will not be published. Required fields are marked *