ເມື່ອບໍ່ດົນມານີ້ ທ່ານ ໄຊບັນດິດ ຣາຊພົນ ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບກໍລະນີທີ່ມີສື່ສັງຄົມອອນລາຍອອກຂ່າວເມື່ອບໍ່ດົນມານີ້ວ່າໂຮງງານອານປີລາວຢູ່ບ້ານໜອງທາເໜືອເມືອງຈັນທະບູລີນະຄອນຫລວງວຽງຈັນ, ໄດ້ນໍາເອົາຊ່າງແປງຈັກຈາກຄົນໄທເພື່ອເຂົ້າມາສ້ອມແປງຈັກຂອງໂຮງງານ ແຕ່ບໍ່ໄດ້ຈໍາກັດບໍລິເວນຕົນເອງ 14ວັນຈົນເປັນສາເຫດໃນການແຜ່ລະບາດຂອງໂຄວິດຢູ່ໂຮງງານດັ່ງກ່າວ.

ທ່ານ ໄຊບັນດິດ ຣາຊພົນ ໄດ້ກ່າວວ່າ ພະນັກງານກຳມະກອນ ທີ່ເຮັດວຽກຢູ່ໂຮງງານອານປີລາວມີທັງໝົດ 1.300 ກວ່າຄົນ ແລະ ໄດ້ກວດພົບເຊື້ອໂຄວິດຈໍານວນ 400 ກວ່າຄົນເນື່ອງຈາກສາເຫດຂອງການຕິດເຊື້ອໂຄວິດ ຢູ່ໂຮງງານອານປີລາວໃນຄັ້ງນີ້, ແມ່ນຍ້ອນນາຍຊ່າງຂອງໂຮງງານທີ່ເປັນຄົນລາວໃນເວລາກັບບ້ານໄດ້ໄປຊຸມແຊວກັບນາຍຊ່າງຄົນໄທ 2ຄົນ ທີ່ເຮັດວຽກຢູ່ໂຮງງານອິນທິເມດເຊິ່ງຕໍ່ມາຖືກກວດພົບວ່າຕິດເຊື້ອໂຄວິດຈຶ່ງເຮັດໃຫ້ນາຍຊ່າງຈາກໂຮງງານອານປີລາວຕິດເຊື້ອດັ່ງກ່າວນໍາ. ນອກຈາກນີ້, ກຳມະກອນສ່ວນໜຶ່ງແມ່ນໄດ້ກັບບ້ານກັບຊ່ອງອາດຈະບໍ່ໄດ້ປະຕິບັດມາດຕະການອະນາໄມທີ່ພຽງພໍ ແລະ ອາດຈະປ່ອຍໂຕຈຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີການຕິດເຊື້ອໃນຄັ້ງນີ້.

ຢ່າງໃດກໍ່ຕາມນາຍຊ່າງຄົນໄທຢູ່ໂຮງງານອິນທິເມດທັງສອງ, ຄົນໜຶ່ງເຮັດວຽກມາໄດ້ 8ປີ ແລະ ອີກໜຶ່ງຄົນເຮັດວຽກໄດ້ 2ປີ, ເຊິ່ງທັງສອງບໍ່ໄດ້ເດີນທາງກັບບ້ານເລີຍ ນັບແຕ່ເກີດການແຜ່ລະບາດຂອງໂຄວິດເປັນຕົ້ນມາ. ສະນັ້ນ, ຂ່າວທີ່ອອກຜ່ານສື່ອອນລາຍວ່າໂຮງງານອານປີລາວນໍາເຂົ້າແຮງງານຈາກໄທໂດຍບໍ່ຈໍາກັດບໍລິເວນ 14ວັນນັ້ນແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ.

ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວຍັງໄດ້ຮຽກຮ້ອງມາຍັງສັງຄົມຈົ່ງບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຢ່າງມີສະຕິ, ຂະນະດຽວກັນກໍຮຽກຮ້ອງມາຍັງບັນດາສື່ອອນລາຍ ຈົ່ງນໍາສະເໜີຂ່າວສານທີ່ຖືກຕ້ອງ ແລະ ເປັນປະໂຫຍດແກ່ສັງຄົມເພາະການນໍາສະເໜີຂ່າວທີ່ບໍ່ມີມູນຄ້ວາມຈິງ ມີແຕ່ຈະສ້າງຄວາມບໍ່ສະຫງົບ ແລະ ຄວາມແຕກຕື່ນໃນສັງຄົມ. ທັ້ງນີ້ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ສາມາດຜ່ານຜ່າວິກິດທີ່ເກີດຂຶ້ນ ຈາກການລະບາດຂອງໂຄວິດໃນຄັ້ງນີ້ໄປດ້ວຍກັນ.

ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດລາວ
ຂ່າວ: ມະນີທອນ