ໃນວັນທີ 23ກັນຍາ2021ເວລາ 17ໂມງ 35ນາທີ ປກສກຸ່ມດົງໂດກ ແລະ ທະຫານເມືອງປະຈຳກຸ່ມດົງໂດກໃດ້ສົມທົບກັບການຈັດຕັ້ງບ້ານນາທົ່ມເມືອງໄຊທານີນະຄອນຫຼວງວຽງຈັນ ລົງກວດກາພົບເຫັນຊາວໜຸ່ມຈຳນວນ 6 ຄົນຕັ້ງວົງຊຸມແຊວ ເ ຫຼົ້ າ ເ ບ ຍ ຢູ່ຫ້ອງແຖວເຂດບ້ານນາທົ່ມເຊິ່ງເປັນການລະເມີດຄຳສັ່ງເລກທີ016/ຈນວຈຶ່ງໄດ້ເຊີນພວກກ່ຽວຂຶ້ນມາຫ້ອງການບ້ານເພື່ອສຶກສາອົບຮົມເຮັດບົດບັນທຶກພ້ອມນຳໃຊ້ມາດຕະການປັບໃໝເປັນເງິນ 1,200,000ກີບ.

ການຕັ້ງວົງຊຸມແຊວ ເ ຫຼົ້ າ ເ ບ ຍ ເປັນການລະເມີດຄຳສັ່ງເລກທີ016/ຈນວ ແລະ ຍັງເປັນສາເຫດທີ່ພາໃຫ້ເກີດການແຜ່ລະບາດຂອງໂຄວິດຂະຫຍາຍສູ່ວົງກວ້າງກອງບັນຊາການ ປກສນະຄອນຫຼວງວຽງຈັນຮຽກຮ້ອງສັງຄົມຖ້າພົບເຫັນການລະເມີດດັ່ງກ່າວແຈ້ງມາເບີວອບແອັບ ປກສ ສະຄອນຫຼວງວຽງຈັນ 020 28899774.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

Leave a Reply

Your email address will not be published. Required fields are marked *