ເຊົ້າວັນທີ 24 ກັນຍາ 2021 ນີ້ຄະນະສພເພາະກິດ ລາຍງານສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ເຊິ່ງເຂດສ່ຽງນະຄອນຫຼວງວຽງຈັນນັ້ນປະກອບມີ: ໂຮງງານ ອານປີ, ບ້ານ ໜອງທາເໜືອ, ເມືອງຈັນທະບູລີ, ໂຮງງານ ທຣີໂອ, ບ້ານ ສີເກີດ, ເມືອງ ນາຊາຍທອງ, ໂຮງງານເວັນເຈີ, ບ້ານ ສີວິໄລ, ເມືອງ ໄຊທານີ, ຕະຫຼາດ ທ່າງ່ອນ, ໂຮງງານນໍ້າດື່ມ ຄຣິດສະຕອນ, ບໍລິສັດ ເມືອງວັງ, ບໍລິສັດ DKSH, ຕະຫຼາດໂອຊີ.
ທ່ານໃດໄປສະຖານທີ່ເຫຼົ່ານີ້ ຂໍໃຫ້ກວດສອບຕົນເອງ, ແຍກປ່ຽວ ແລະ ໄປກວດຫາເຊື້ອ ເພື່ອຄວາມໝັ້ນໃຈ

ມາຮອດວັນທີ 23 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5,965 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 434 ຄົນ:
ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 10 ຄົນ, ສະຫວັນນະເຂດ 10 ຄົນ, ຈໍາປາສັກ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ.
ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 406 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
ນະຄອນຫຼວງ 229 ຄົນ: ພະນັກງານບໍລິສັດ Trio 141 ຄົນ, ພະນັກງານບໍລິສັດ Venture 51 ຄົນ, ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ), ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ, ທະຫານຕຳຫຼວດ 2 ຄົນ, ບໍລິສັດໄອນິວ 1 ຄົນ, ບໍລິສັດໂນວາອາໄຫຼ 1 ຄົນ, ຕະຫຼາດທ່າງອນ 6 ຄົນ, ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່), ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ), ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ
ຄຳມ່ວນ 69 ຄົນ: ຊື່ງມາຈາກບໍລິສັດຄາຍຢວນ 64 ຄົນ ຄື: ທ່າແຂກ 46 ຄົນ, ນາກາຍ 1 ຄົນ, ມະຫາໄຊ 4 ຄົນ, ເຊບັ້ງໄຟ 2 ຄົນ, ໄຊບົວທອງ 4 ຄົນ ແລະ ຍົມມະລາດ 12 ຄົນ
ແຂວງວຽງຈັນ 49 ຄົນ: ເມືອງ ໂພນໂຮງ (ບ້ານ ໂພນຫໍ, ໂພນງາມ, ໂພນແກ້ວ, ນາຊູ), ເມືອງໝື່ນ 10 ຄົນ ກ່ຽວຂ້ອງກັບ ເຮືອນດີ
ຈໍາປາສັກ 28 ຄົນ: ເມືອງ ບາຈຽງ 14 ຄົນ (ນິຄົມ ສວນຢາງ ບ້ານໜອງກອກ ແລະ ນິຄົມ ດາກລັກ ບ້ານໜອງນ້ຳຂາວ), ເມືອງປະທຸມພອນ 01 ຄົນ (ບ້ານໜອງເພາະ), ນະຄອນປາກເຊ 12 ຄົນ (ຫ້ວຍຍາງຄຳໃຕ້, ສາງນັ້ນມັນ, ໂຊກອຳນວຍທົ່ງ, ໂນນດູ່, ພະບາດ ແລະ ໂນນສະຫວ່າງ)
ຫຼວງພະບາງ 12 ຄົນ: ຈາກ ບ້ານໂພນໄຊ, ເມືອງນານ
ບໍ່ແກ້ວ 6 ຄົນ: ຈາກ ເຂດເສດຖະກິດ ພິເສດ 04 ຄົນ, ບ້ານຄ້ວານ, ເມືອງ ຕົ້ນເຜີ້ງ 02 ຄົນ
ສະຫວັນນະເຂດ 3 ຄົນ: ຜູ້ທີ 1 ນັກສຶກສາແພດ, ບ້ານດົງດໍາດວນ, ນະຄອນໄກສອນ, ຜູ້ທີ 2 ອາຊີບ ຊິບປີ້ງ, ບ້ານເຊໂນ, ເມືອງອຸທຸມພອນ, ຜູ້ທີ 3 ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ຢູ່ບ້ານວົງພັນສີ
ອັດຕະປື 4 ຄົນ: ເມືອງ ສາມັກຄີໄຊ 03 ຄົນ (ບ້ານ ສາມັກຄີໄຊ, ບ້ານ ເຊຂະໜາມ ແລະ ບ້ານ ໂພນສະຫວ່າງ), ບ້ານ ໄຊສີ, ເມືອງ ໄຊເສດຖາ 01 ຄົນ
ສາລະວັນ 3 ຄົນ: ບ້ານໂພນແກ້ວ, ເມືອງສາລະວັນ 02 ຄົນ ( 1 ຄົນ ເປັນພະນັກງານແພດ ເຮັດວຽກ ຢູ່ພະແນກກາຍະບໍາບັດຂອງໂຮງໝໍແຂວງສາລະວັນ), ອີກ 01 ແມ່ນ ພະນັກງານ ການຄ້າເມືອງສາລະວັນ (ສາມີ-ພັນລະຍາ)
ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ):
ອຸດົມໄຊ 1 ຄົນ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,080 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,508 ຄົນ.