ຜ່ານການລາຍງານ ແລະ ຕີລາຄາການຕິດເຊື້ອຂອງຄະນະສະເພາະເຫັນໄດ້ວ່າ ກຸ່ມການຕິດເຊື້ອ ໂຄວິດ-19 ໄລຍະຂອງການລະບາດໃນຊຸມຊົນຜ່ານມາສ່ວນໜຶ່ງແມ່ນມາຈາກການໄປຮ່ວມງານສົບເຊັ່ນ: ຜູ້ຕິດເຊື້ອຈາກເມືອງ ຕົ້ນເຜີ້ງ, ບໍ່ແກ້ວ ມາຮ່ວມງານສົບຢູ່ເມືອງ ນານ, ຫຼວງພະບາງ ກໍມີຄົນຕິດເຊື້ອນຳ, ຈາກນັ້ນເດີນທາງກັບໄປແວະຢາມພີ່ນ້ອງຢູ່ ຫຼວງນ້ຳທາ ກໍມີການຕິດເຊື້ອ. ເຮືອນດີຢູ່ ນະຄອນປາກເຊ, ຈຳປາສັກ ມີຄົນຈາກນະຄອນຫຼວງໄປຮ່ວມມີຜູ້ຕິດເຊື້ອກັບມາແລ້ວແຜ່ເຊື້ອຕໍ່ ຢູ່ນະຄອນຫຼວງ. ເຮືອນດີຢູ່ເມືອງ ຜາໃຊ, ຊຽງຂວາງ ແມ່ນສອງພີ່ໄປງານສົບດັ່ງກ່າວ ຜູ້ນຶ່ງໄປຈາກນະຄອນຫຼວງ, ອີກຜູ້ນຶ່ງໄປຈາກນະຄອນປາກເຊ ໄປແຜ່ເຊື້ອຢູ່ມືອງ ຜາໄຊ (ມື້ນີ້ 8 ຄົນ) ຍັງຈະມີລາຍງານມື້ຕໍ່ໆໄປ ເພາະຜູ້ສຳພັດໃກ້ຊິດຫຼາຍ. ເຮືອນດີ ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ ມີຄົນໄປຮ່ວມຈາກນະຄອນຫຼວງ ມີຄົນຕິດເຊື້ອ 44 ຄົນມີ້ນີ້ ແລະ ຍັງຈະມີຕໍ່ ຈາກກໍລະນີເຮືອນດີຖືວ່າເປັນຈຸ້ມໃຫ່ຍ ແລະ ແຜ່ເຊື້ອໄປຫຼາຍແຂວງ

ສະນັ້ນ ເພື່ອໃຫ້ ປຊຊ ໄດ້ເຂົ້າໃຈ ແລ້ວຫຼີກລ່ຽງ ຫຼື ບໍ່ໄປຮ່ວມງານດັ່ງກ່າວ ໃນໄລຍະທີ່ມີການລະບາດ, ຂໍໃຫ້ທຸກຄົນຕ້ອງປະຕິບັດຕາມມາດຕະການ ຈັດງານສົ່ງສະການ ດັ່ງຄໍາແນະນໍາຂ້າງລຸ່ມນີ້

.

.

.

.

Leave a Reply

Your email address will not be published. Required fields are marked *