ນະຄອນຫລວງ ປິດການເດີນທາງ ເຂົ້າ- ອອກ (lock down) ຕັ້ງແຕ່ ວັນທີ19-30 ກັນຍາ2021ເພື່ອສະກັດກັ້ນ ການແຜ່ລະ ບາດ ໂຄວິດ-19 ຢ່າງຮີບດ່ວນ ຫລັງຈາກ ມີລາຍງານ ຕົວເລກ ການຕິດເຊື້ອ ໃນຊຸມຊົນ ຢູ່ນະຄອນ ຫລວງວຽງຈັນ ເພີ່ມ ຂຶ້ນ ແລະ ກະຈ່າຍໄປຫລາຍບ້ານ ຫລາຍ ເມືອງ

ໂດຍສະເພາະ ໃນວັນທີ18ກັນຍານີ້ ມີຜູ້ຕິດເຊື້ອໃໝ່ ເຖິງ265ກໍລະນີ ໃນນັ້ນ ຫລາຍກວ່າ90% ແມ່ນກຳມະກອນ ຈາກໂຮງງານ ຕັດຫຍິບ ອານຟີລາວ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ເຊິ່ງມີຄວາມສ່ຽງ ທີ່ຈະເກີດການ ແຜ່ລະບາດໃຫຍ່ ໃນຮອບໃໝ່ ແລະ ຈະຄວບຄຸມໄດ້ຍາກ ຢູ່ນະຄອນຫລວງວຽງຈັນ.

ດັ່ງນັ້ນ ຈຶ່ງປິດການ ເດີນທາງ ພາຍໃນ ແລະ ເຂົ້າ-ອອກ ນະຄອນຫລວງວຽງຈັນ ໂດຍສະເພາະ 4ຕົວເມືອງໃຫຍ່ຄື:ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດ ຕະນາກ ແລະ ເມືອງໄຊເສດຖາ ແລະ ບາງສ່ວນໃນ3 ເມືອງ ນອກຄື: ເມືອງໄຊທານີ ແມ່ນປິດແຕ່ຂົວ ທ່າງອນເຂົ້າມາ, ເມືອງທາດຊາຍຟອງ ແມ່ນປິດແຕ່ ສວນວັດທະນະທຳ ຊຽງຄວນເຂົ້າມາ, ເມືອງນາໄຊທອງ ປິດແຕ່ບ້ານສີເກີດ ເຂົ້າມາ ແຕ່ຍົກເວັ້ນ ຜູ້ທີ່ມີຄວາມຈຳເປັນ ແລະ ໄດ້ຮັບອະນຸຍາດ ຈາກຄະ ນະ ສະເພາະກິດ ຂັ້ນສູນ ກາງ ແລະ ນະຄອນ ຫລວງ ວຽງຈັນ.ນອກນີ້ ຍັງຍົກລະດັບ ມາດຕະການປັບໄໝ ຕໍ່ຜູ້ລະເມີດ ຂຶ້ນສູ່ ລະດັບສູງສຸດ 3 ລ້ານກີບ/ຄົນ/ຄັ້ງ ແລະ 10 ລ້ານກີບ/ ຄົນ/ຄັ້ງ ພ້ອມທັງ ດຳເນີນຄະດີ ຕາມກົດ ໝາຍ ແລະ ຮັບຜິດ ຊອບ ຄ່າເສຍຫາຍ ຕ່າງໆ ທີ່ເກີດຂຶ້ນ ອີກ ດ້ວຍ.

ໜັງສືສະເໜີຂອງ ນະຄອນຫຼວງວຽງຈັນ

ແຈ້ງການ ຂອງ ສໍານັກງານ

ຂໍໃຫ້ທຸກຄົນ ປະຕິບັດ ຢ່າງເຄັ່ງຄັດ! ເລີ່ມແຕ່ເວລາ 00:00 ວັນທີ 19 ກັນຍາ 2021​ຫາ ເວລາ 24:00​ ວັນທີ 30 ກັນຍາ 2021

Leave a Reply

Your email address will not be published. Required fields are marked *