ໃນວັນທີ 15 ກັນຍາ 2021 ພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ສົມທົບກັບ ປກສ ກຸ່ມ ຈອມແຈ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເຊີນເອົາ ນາງ ລັດຕະນາ ຫຼື ປາເປົ້າ ອາຍຸ 21 ປີ ນັກສຶກສາ, ປັດຈຸບັນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາສຶກສາອົບຮົມ ຍ້ອນຜູ້ກ່ຽວສ້າງຄວາມເສຍຫາຍຜ່ານສື່ອອນລາຍ ດ້ວຍການຂຽນຂໍ້ຄວາມອັນທີໃຫ້ເກີດຄວາມເສຍຫາຍຕໍ່ເຈົ້າໜ້າທີ່ໃນການຈັດຕັ້ງປະຕິບັດໜ້າທີ່.

ພັທ ໂອໃດ ພີມມະຈັນ ຫົວໜ້າພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ:ຄວາມບໍ່ພໍໃຈຂອງຜູ້ກ່ຽວເກີດຂຶ້ນ ໃນເມື່ອວັນທີ 31 ສິງຫາ 2021, ຢູ່ຈຸດປ້ອງກັນເວນຍາມ ເຂດບ້ານຈອມເພັດ ເໜືອ ຜູ້ກ່ຽວຈະນໍາເອົາອາຫານ ໄປໃຫ້ຍາດພີ່ນ້ອງທີ່ຖືກຈໍາກັດໃນຂອບເຂດພຶ້ນທີ່ສ່ຽງ ແຕ່ເຈົ້າໜ້າທີ່ ຢູ່ຈຸດຍາມປ້ອງກັນບໍ່ອະນຸຍາດໃຫ້ຜ່ານຈຸດກວດກາໄປຫາພື້ນທີ່ສີແດງ, ແນະນໍາໃຫ້ເອົາອາຫານການກີນຕ່າງໆ ປະໄວ້ຈຸດປ້ອງກັນແລ້ວຈະແຈ້ງໃຫ້ຜູ້ຖືກກັກກັນຕິດເຊື້ອພະຍາດໂຄວິດ ອອກມາຮັບເອົາ, ທັງນີ້ ກໍ່ແມ່ນປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດໃນການຮັກສາໄລຍະຫ່າງ ແລະ ເຝົ້າລະວັງບໍ່ໃຫ້ມີການພົວພັນລະຫວ່າງຜູ້ຕິດເຊື້ອກັບຍາດພີ່ນ້ອງ ຈິ່ງເຮັດໃຫ້ເກີດຄວາມບໍ່ພໍໃຈຕໍ່ເຈົ້າໜ້າທີ່ຕໍາຫຼວດຈຸດປ້ອງກັນດັ່ງກ່າວ, ນາງລັດຕະນາ ໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວທີ່ມີຊື່ວ່າ: papao pherngsavanh ບອກວ່າເຈົ້າໜ້າທີ່ບໍ່ເປັນທີ່ເພີ່ງຂອງປະຊາຊົນ, ບໍ່ໃຫ້ຄວາມຊ່ວຍເຫຼືອ.

ເພື່ອໃຫ້ເກີດຄວາມເຂົ້າໃຈລະຫວ່າງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີສັດຕະນາກ ຈິ່ງໄດ້ເຊີນເອົານາງ ລັດຕະນາ ຫຼື ປາເປົ້າ ມາປັບທັດສະນະຄະຕິ ໃຫ້ເຂົ້າໃຈເປັນເອກະພາບກັບມາດຕະການປ້ອງກັນ,ຄວບຄຸມການແຜ່ລະບາດຂອງໂຄວິດ-19. ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການສະກັດກັ້ນ ທີ່ຄະນະສະເພາະກິດວາງອອກຢາງເຂັ້ມງວດ ເພື່ອພ້ອມກັນສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ແລະ ຮຽກຮ້ອງມາຍັງຜູ້ທີ່ໃຊ້ສື່ອອນໄລາຍ ໃຫ້ມີສະຕິກ່ອນຈະໂພສ, ຈະແຊ໌ ເພື່ອບໍ່ໃຫ້ຜູ້ບໍລິໂພກຂ່າວເກີດຄວາມສັບສົນ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

Leave a Reply

Your email address will not be published. Required fields are marked *