ມາຮອດວັນທີ 12 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 3,425 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 104 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 94 ຄົນ ເຊິງ ມາຈາກ ແຂວງ ສະຫວັນນະເຂດ 39 ຄົນ, ສາລະວັນ 26 ຄົນ, ນະຄອນຫຼວງວຽງຈັນ 21 ຄົນ, ,ຈໍາປາສັກ 5 ຄົນ, ຫຼວງພະບາງ 2 ຄົນ ແລະ ໄຊຍະບູລີ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,555 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,270 ຄົນ
ສະເພາະຜູ້ຕິດເຊື້ອ ໃນຊຸມຊົນ ນະຄອນຫຼວງວຽງຈັນ ລາຍງານເຊົ້າວັນທີ 13/9/2021 ມີທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານ ສາງນ້ຳມັນ ນະຄອນ ປາກເຊ ແຂວງຈຳປາສັກ ໃນວັນທີ່ 5 ກັນຍາ 2021ມີ 3 ຄອບຄົວຄື:
ຄອບຄົວທີ່ 01: ຕິດເຊື້ອ ມີ 03 ຄົນ (ຄຳສະຫວາດ 02 ຄົນ, ໂນນຄໍ້ 1, ມ. ໄຊເສດຖາ) , ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 07/09/2021
ຄອບຄົວທີ່ 02: ຕິດເຊື້ອ ມີ 02 ຄົນ, ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງ ສີໂຄດຕະບອງ, ບ້ານ ຢູ່ປັດຈຸບັນ ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 09/09/2021
ຄອບຄົວທີ່ 03: ຕິດເຊື້ອ ມີ 04 ຄົນ, ດອນກະຊາຍ ເມືອງ ຫາດຊາຍຟອງ, ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 10/09/2021
ລາຍລະອຽດມີດັ່ງນີ້
1. ເພດຍິງ ອາຍຸ 59 ປີ, ອາຊີບພະນັກງານ, ບ້ານໂນນຄໍ້ໃຕ້, ເມືອງໄຊເສດຖາ.
2. ເພດຊາຍ ອາຍຸ 58 ປີ, ອາຊີບ ພະນັກງານ, ບ້ານຄຳສະຫວາດ, ເມືອງໄຊເສດຖາ.
3. ເພດຍິງ ອາຍຸ 56 ປີ, ອາຊີບ ພະນັກງານບໍານານ, ບ້ານຄຳສະຫວາດ, ເມືອງໄຊເສດຖາ.
4. ເພດຍິງ ອາຍຸ 46 ປີ, ອາຊີບ ຄ້າຂາຍ ຕະຫຼາດລາວໂອຊີ , ບ້ານດອນນົກຄຸ້ມ, ເມືອງສີສັດຕະນາກ.
5. ເພດຊາຍ ອາຍຸ 41 ປີ, ອາຊີບ ຄ້າຂາຍ, ຕະຫຼາດລາວໂອຊີ , ບ້ານດອນນົກຄຸ້ມ, ເມືອງສີສັດຕະນາກ.
6. ເພດຊາຍ ອາຍຸ 49 ປີ, ພະນັກງານຂັບລົດ, ບ້ານດອນຄະຊາຍ, ເມືອງຫາດຊາຍຟອງ.
7. ເພດຊາຍ ອາຍຸ 47 ປີ, ອາຊີບ ພໍ່ເຮືອນ, ບ້ານດອນຄະຊາຍ, ເມືອງຫາດຊາຍຟອງ.
8. ເພດຍິງ ອາຍຸ 49 ປີ, ອາຊີບ ແມ່ເຮືອນ, ບ້ານດອນຄະຊາຍ, ເມືອງຫາດຊາຍຟອງ.
9. ເພດຊາຍ ອາຍຸ 21 ປີ, ອາຊີບ ກຳມະກອນ, ບ້ານດອນຄະຊາຍ, ເມືອງຫາດຊາຍຟອງ.
ທັງ 09 ກໍລະນີນີ້ ແມ່ນໄດ້ໄປສົ່ງສະການພີ່ນ້ອງ, ຊື່ ນາງ ສີດາ, ຢູ່ບ້ານສາງນໍ້າມັນ, ເມືອງປາກເຊ, ແຂວງຈຳປາສັກ, ໃນວັນທີ 5 ກັນຍາ 2021.
