ຍ້ອນຝົນຕົກໜັກຕິດຕໍ່ກັນ 2 ວັນ ຄືວັນທີ 9-10 ກັນຍາ 2021 ນີ້, ເຮັດນໍ້າເຫືອງຂຶ້ນສູງລົ້ນຝັ່ງເຂົ້າຖ້ວມເຮືອນ, ນາຂອງປະຊາຊົນ ແລະ ຂົວຢູ່ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເຂດບ້ານຈອມແກ້ວ, ທ່າດ່ານປະເພນີສີພູມ ບ້ານທ້າວແກ່ນ, ຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ແລະ ນາຂອງປະຊາຊົນຈໍານວນໜຶ່ງ.

.

ສະເພາະເຮືອນປະຊາຊົນບ່ອນທີ່ນໍ້າຖ້ວມ ແລະ ບ່ອນທີ່ມີຄວາມສ່ຽງ ແມ່ນໄດ້ຂົນເຄື່ອງອອກແລ້ວຈາກເຮືອນແລ້ວ. ສ່ວນຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ລົດບໍ່ສາມາດໄປ-ມາໄດ້. ປັດຈຸບັນ, ລະດັບນໍ້າຍັງສູງຂຶ້ນຢ່າງຕໍ່ເນື່ອງ. ທີມຂ່າວພວກເຮົາ ຍັງສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ຈະລາຍງານໃຫ້ຊາບເປັນແຕ່ລະໄລຍະ.

.

ພ້ອມນີ້, ທາງຫ້ອງວ່າການເມືອງ ໄດ້ອອກແຈ້ງການ ໃຫ້ຕິດຕາມເຝົ້າລະວັງ ຜົນກະທົບຈາກສະພາບຝົນຕົກໜັກ ຈາກພາຍຸໂກນເຊິນ ໂດຍອີງໃສ່ແຈ້ງການເຕືອນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ:

.

ພາຍຸເຂດຮ້ອນໂກນເຊິນ ເຊິ່ງມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງ ຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021. ຈາກນັ້ນ, ຈະອ່ອນກໍາລັງລົງເປັນພາຍຸດີເປຊັນ ເຄື່ອນທີ່ຜ່ານພາກກາງ ຫາພາກເໜືອ ຂອງ ສປປ ລາວ ໃນວັນທີ 13-14 ກັນຍາ 2021 ນີ້.

.

ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ໃນສປປລາວ ກໍ່ຄື ແຂວງໄຊຍະບູລີ ຈຶ່ງຂໍແຈ້ງເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນໃນທົ່ວເມືອງ ຈົ່ງມີສະຕິລະວັງຕົວ ເຊິ່ງອາດຈະເກີດດິນເຈື່ອນ, ນໍ້າຖ້ວມຊຸ ແລະ ຖ້ວມຍຶ່ງ. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ,ໃຫ້ແຕ່ລະພາກສ່ວນຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະນີ້ ໃຫ້ເປັນປົກກະຕິ.

.

Leave a Reply

Your email address will not be published. Required fields are marked *