ມຸກດາຫານ ອົງການບໍລິຫານສ່ວນຈັງຫວັດ ທຳຄວາມສະອາດພົ່ນຢາຂ້າເຊື້ອສູນພັກຄ່ອຍຊາວລາວດ່ານພົມແດນຂົວມິດຕະພາບແຫ່ງທີ່ 2 ຫລັງທາງການລາວຮັບພີ່ນນ້ອງລາວ 270 ຄົນກັບທັງຫມົດບໍ່ມີຄົນຕົກຄ້າງແລ້ວ

ພັນຕຳຫລວດໂທ ຈິດ ສີໂຍຫະມຸກດາທະນະພົງ (พ.ต.ท.จิตต์ ศรีโยหะ มุกดาธนพงศ์ )ນາຍົກອົງການບໍລິຫານສ່ວນຈັງຫວັງມຸກດາຫານ ໄດ້ສົ່ງການໃຫ້ເຈົ້າຫນ້າທີ່ພ້ອມອຸປະກອນເຂົ້າທຳຄວາມສະອາດ ສູນພັກຄອຍຊາວລາວທີ່ເດີນທາງກັບປະເທດ ແລະ ຕົກຄ້າງທີ່ດ່ານພົມແດນຂົວມິດຕະພາບໄທ-ລາວແຫ່ງທີ 2 ມຸກດາຫານ-ສະຫວັນນະເຂດ ທີ່ຫໍປະຊຸມສະມາຄົມຊາວໄຮ່ອ້ອຍຈັງຫວັດມຸກດາຫານ ໃກ້ກັບບໍລິເວນທາງເຂົ້າຂົວມິດຕະພາບແຫ່ງທີ 2 ແລະໄດ້ພົ່ນຢາຂ້າເຊື້ອທີ່ບໍລິເວນເຮືອນນອນ ທີ່ ຜ້າຫົ່ມ ,ຫມອນ,ເສື່ອ,ຫ້ອງນ້ຳ,ຕັ່ງນັ່ງ ແລະບໍລິເວນພື້ນ.

ຫລັງຈາກທາງການລາວໄດ້ຮັບຄົນລາວທີ່ຕົກຄ້າງ ດ່ານພົມແດນຂົວມິດຕະພາບແຫ່ງທີ 2 ຝັ່ງໄທກັບປະເທດທັງຫມົດຈຳນວນ 270 ຄົນ ຫລັງຈາກກ່ອນຫນ້ານີ້ຮັບກັບໄດ້ບໍ່ເກີນວັນລະ150 ຄົນ ແຕ່ທາງການຮັບໄປທັງຫມົດແລ້ວບໍາມີຄົນຕົກຄ້າງແລ້ວ ເຈົ້າຫນ້າທີ່ໄທລໍຮັບການເດີນທາງລ໊ອດໃຫມ່ ທີ່ຈະເດີນທາງເຂົ້າມາໃນຊ່ວງແລງຂອງວັນນີ້ ແລະ ພັກທີ່ຈຸດພັກຄອຍດັ່ງກ່າວ
ຂອບໃຈຂໍ້ມູນຈາກ:สวท.มุกดาหาร
