ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ ໃນຕອນເຊົ້າ ວັນທີ 30 ສິງຫາ 2021​ ນີ້ວ່າ, ປະຈຸບັນ ບ້ານເຂດແດງ ໃນນະຄອນຫຼວງວຽງຈັນ ແມ່ນ ມີຈໍານວນ 13 ບ້ານ ໃນ 4 ເມືອງ ຄື

– ເມືອງສັງທອງ: ບ້ານກົ້ວ

– ເມືອງສີສັດຕະນາກ: ບ້ານທ່າພະລານໄຊ, ແລະ ບ້ານຈອມເພັດເໜືອ

– ເມືອງໄຊທານີ: ບ້ານດົງໂດກ, ບ້ານຄໍາຮຸ່ງ ແລະ ບ້ານຈະເລີນໄຊ

– ເມືອງຫາດຊາຍຟອງ: ບ້ານດອນດູ່, ບ້ານສິມມະໂນໃຕ້, ບ້ານສິມມະໂນເໜືອ, ບ້ານໜອງແຫ້ວ, ບ້ານໜອງແວງ, ບ້ານດົງຄໍາຊ້າງ ແລະ ບ້ານທ່າພະ

ບ້ານທີ່ໄດ້ສິ້ນສຸດ ການເປັນບ້ານເຂດແດງ ແມ່ນບ້ານຮ່ອງແກ ທີ່ເມືອງໄຊເສດຖາ

ສໍາລັບທ່ານໃດທີ່ຍັງບໍ່ເຂົ້າໃຈຄວາມໝາຍຂອງບ້ານເຂດແດງ ຫຼື ບ້ານແດງ ແມ່ນໃຫ້ອ່ານນິຍາມຂ້າງລຸ່ມ

.

Leave a Reply

Your email address will not be published. Required fields are marked *