ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມ ຕາເວັນອອກສ່ຽງໃຕ້ຍັງພັດປົກຄຸມ ຊຶ່ງຈະເຮັດໃຫ້ຍັງມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ໃນລະດັບ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 19-31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 21-34 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 25-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 23-34 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງແຂວງ, ອຸນຫະພູມ ໃນລະຫວ່າງ 17-28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມ ໃນລະຫວ່າງ 24-34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 15-25 ອົງສາ.

Leave a Reply

Your email address will not be published. Required fields are marked *