ກອງປະຊຸມລາຍງານຄວາມຄືບໜ້າການກໍ່ສ້າງໂຮງໝໍມະຫາວິທະຍາໄລ 27 ສິງຫາ 2021, ກະຊວງສາທາລະນະສຸກ ກຽມການກໍ່ສ້າງໂຮງໝໍມະຫາວິທະຍາໄລເຊິ່ງຈະເປີດນຳໃຊ້ພາຍໃນ 3 ປີຂ້າງໜ້າຄືປີ 2024 ເຊິ່ງເປັນໂຮງໝໍແຫ່ງທຳອິດ ແລະ ທັນສະໃໝໃນ ສປປ ລາວ, ໂຮງໝໍດັ່ງກ່າວຈະເປັນສະຖານທີ່ບໍລິການ ຂັ້ນສູງທີ່ໄດ້ມາດຕະຖານສຳລັບການຮຽນ, ການສອນ, ຄົ້ນຄົ້ວຊອກຫາວິທີການໃໝ່ໆໃນການປິ່ນປົວ ພ້ອມທັງ ຜະລິດບຸກຄະລາຄອນການແພດໃຫ້ມີຄຸນນະພາບເພື່ອອອກຮັບໃຊ້ສັງຄົມກໍຄືຮັບໃຊ້ພໍ່ແມ່ນປະຊາຊົນ.

ເຊິ່ງບຸກຄະ ລາກອນທີ່ຈົບອອກມາຈະສະໜອງໃຫ້ສະຖານທີ່ບໍລິການຂັ້ນຕ່າງໆໃນຂອບເຂດທົ່ວປະເທດຄື ໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍ ລວມທັງໂຮງໝໍເອກະຊົນ, ໂຮງໝໍມະຫາວິທະຍາໄລຕັ້ງຢູ່ວິທະຍາເຂດ ດົງໂພສີ, ເຊິ່ງປະກອບດ້ວຍອາຄານຮຽນທາງການແພດ, ອາຄານປິ່ນປົວ 400 ຕຽງ, ອຸປະກອນການແພດ ແລະ ອຸປະກອນການສຶກສາທີ່ທັນສະໄໝ.

ການກໍ່ສ້າງ ແມ່ນພາຍໃຕ້ການຊ່ວຍເຫຼືອໃນຮູບແບບໂຄງການເງິນກູ້ຢືມ ດອກເບັ້ຍຕ່ຳຈາກທະນາຄານ EDCF ສ. ເກົາຫຼີ.

Leave a Reply

Your email address will not be published. Required fields are marked *